Saturday, July 27, 2024
Homeຂ່າວຕ່າງປະເທດສິງກະໂປ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

ສິງກະໂປ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ທ່ານ ລໍເຣັນວັງ (Lawrence Wong) ໄດ້ຮັບການແຕ່ງຕັ້ງເປັນນາຍົກ ລັດຖະມົນຕີ ຄົນໃໝ່ ທີ 4 ຂອງ ສິງກະໂປ ຫລັງຈາກ ໄດ້ເຂົ້າພິທີ ສາບານຕົວ ຮັບດຳລົງຕຳແໜ່ງທີ່ຖືກຈັດຂຶ້ນຢູ່ທຳນຽບອີສຕານາ(Istana)ໃນວັນທີ 15 ພຶດສະພານີ້ ໂດຍມີບັນດາແຂກຖືກເຊີນ ທຸກຊັ້ນວັນນະໃນສັງຄົມສິງກະໂປ ໄດ້ເຂົ້າຮ່ວມພິທີດັ່ງກ່າວໃນໂອກາດນີ້ ທ່ານ ລໍເຣັນວັງ ຍັງຄົງດຳລົງ ຕຳແໜ່ງຄວບເປັນລັດຖະມົນຕີກະຊວງການເງິນ ເພື່ອຮັບປະກັນ ລັກສະນະຕໍ່ເນື່ອງ ແລະ ສະຖຽນລະພາບຂອງປະເທດ. ພ້ອມທັງໄດ້ຍົກອອກຂັ້ນຕອນພັດທະນາປະເທດຊາດ. ໃນນັ້ນກ່ຽວກັບ ນະໂຍບາຍການຕ່າງປະເທດ ທ່ານ Wong ມີຄວາມໃສ່ໃຈ ຕໍ່ວິທີ ສຳຜັດຂອງ ສິງກະໂປ ແມ່ນຕິດພັນກັບ ຜົນປະໂຫຍດ ແຫ່ງຊາດ ຢ່າງໃກ້ຊິດ ແລະ ມີການເຄື່ອນໄຫວ ຢ່າງສະເໝີຕົ້ນ ສະເໝີປາຍ ແລະ ມີຫລັກການ. ປັດຈຸບັນ, ສິງກະໂປ ມີອິດທິພົນ ຊື່ສຽງ ສາກົນສູງ ໃນອາຊຽນ ແລະ ຊຸກຍູ້ ການພົວພັນກັບ ອາຊຽນ ແມ່ນໜຶ່ງ ໃນບັນດາ ເປົ້າໝາຍ ແຖວໜ້າ ຂອງ ສິງກະໂປ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments