Saturday, July 27, 2024
Homeຂ່າວພາຍໃນພະຍາດໝາກແດງໃຫຍ່ແມ່ນຫຍັງ ?

ພະຍາດໝາກແດງໃຫຍ່ແມ່ນຫຍັງ ?

– ພະຍາດໝາກແດງໃຫຍ່ (Measles) ເກີດຈາກໄວໄວຣັດຊະນິດໜຶ່ງທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ໄວຫຼາຍ. ຜູ້ຕິດເຊື້ອສາມາດແຜ່ເຊື້ອໃຫ້ຄົນອື່ນຜ່ານລົມຫາຍໃຈ, ການໄອ ຫຼື ການຈາມ.

– ພະຍາດໝາກແດງໃຫຍ່ເປັນພະຍາດທີ່ອັນຕະລາຍຫຼາຍ ແຕ່ສາມາດປ້ອງກັນໄດ້ດ້ວຍວັກຊິນ. ຖ້າຄົນເຮົາບໍ່ໄດ້ຮັບວັກຊິນຄົບມາກ່ອນ ເມື່ອຕິດເຊື້ອແລ້ວສາມາດເຈັບປ່ວຍໜັກ ແລະ ເສຍຊີວິດໄດ້.

ທຸກຄົນສາມາດເປັນພະຍາດໝາກແດງໃຫຍ່ໄດ້ ແຕ່ພົບຫຼາຍໃນເດັກນ້ອຍ.

– ພະຍາດໝາກແດງໃຫຍ່ຈະແຜ່ເຊື້ອພາຍໃນລະບົບທາງເດີນຫາຍໃຈ ແລະ ຈະແຜ່ລາມໄປທົ່ວຮ່າງກາຍ. ອາການທີ່ສະແດງອອກມີ: ໄຂ້ສູງ, ໄອ, ຂີ້ມູກຍ້ອຍ ແລະ ມີຕຸ່ມຜື່ນທົ່ວຮ່າງກາຍ.

– ການສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ໃຫ້ຄົບເປັນວິທີປ້ອງກັນທີ່ດີທີ່ສຸດສໍາລັບຕົວທ່ານ ແລະ ເພື່ອ ບໍ່ໃຫ້ແຜ່ເຊື້ອໄປໃຫ້ຄົນອື່ນ. ວັກຊິນມີຄວາມປອດໄພ ແລະ ມີປະສິດທິພາບຊ່ວຍໃຫ້ຮ່າງກາຍທ່ານຕໍ່ສູ້ກັບ ເຊື້ອພະຍາດໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments