Saturday, July 27, 2024
Homeຂ່າວພາຍໃນດ່ານສາກົນ ບໍ່ເຕ່ນ-ບໍ່ຫານ ສືບຕໍ່ຊຸກຍູ້ການຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງ ເພື່ອປະກອບສ່ວນການພັດທະນາເສດຖະກິດ ລາວ-ຈີນ

ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ ສືບຕໍ່ຊຸກຍູ້ການຮ່ວມມືຂອງຂົງເຂດພື້ນຖານໂຄງລ່າງ ເພື່ອປະກອບສ່ວນການພັດທະນາເສດຖະກິດ ລາວ-ຈີນ

ຫວ່າງມໍ່ໆ ມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກຍູ້ການຮ່ວມມື ຂອງຂົງ ເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ, ເລັ່ງລັດການພັດທະນາຢູ່ໃນພາກພື້ນຊາຍແດນຂອງສອງປະເທດລາວ ແລະ ຈີນ.

ວັນທີ 24 ເມສາຜ່ານມານີ້, ຢູ່ເຂດພັດທະນາເສດຖະກິດນະຄອນຄຸນໝິງ ຫລື ເຂດການຄ້າເສລີນະຄອນຄຸນໝິງ ໄດ້ຈັດຕັ້ງກອງປະຊຸມສຶກສາອົບຮົມຕັກເຕືອນ ກ່ຽວກັບການແກ້ໄຂຈັນຍາບັນ ແລະ ລະບຽບວິໄນໃນການຊຸກຍູ້ການປະຕິບັດການສ້າງສາ ເຂດພັດທະນາເສດຖະກິດຊິງຫລຽນ ຂອງ ແຂວງ ຢຸນນານ ແລະ ນະຄອນຄຸນໝິງ. ກອງປະຊຸມໄດ້ເນັ້ນໜັກເຖິງຜົນການເຄື່ອນໄຫວທີ່ມີປະສິດທິພາບຂອງວຽກງານ ການສ້າງສາພັດທະນາເຂດເສດຖະກິດການຄ້າເສລີຊິງຫລຽນ ຂອງ ນະຄອນຄຸນໝິງ ເພື່ອເຮັດໃຫ້ດຳເນີນການໄປພ້ອມກັບການສ້າງສາເຂດສ່ວນອຸດສາຫະກຳ. ຕ້ອງຊຸກຍູ້ການຄຸ້ມຄອງບໍລິຫານຂອງພັກຢ່າງເຂັ້ມງວດ ແລະ ຮອບດ້ານ, ຜັນຂະຫຍາຍໜ້າທີ່ຮັບຜິດຊອບຂອງຕົນຢ່າງແທ້ຈິງ, ສ້າງສະພາບການທີ່ມີ“ຜູ້ກວດສອບໃຫຍ່, ຮັກສາ ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ດີ, ອອກແຮງໃນການສ້າງພາບລັກລະບົບປົກຄອງທີປະຢັດ, ຊຸກຍູ້ລະບົບ“ສາມບໍ່” ຄື: ທັດສະນະຄະຕິບໍ່ປ່ຽນ, ຄວາມຕັ້ງໃຈບໍ່ຫລຸດລົງ ແລະ ມາດຕະຖານບໍ່ໂຍະຍານ ເພື່ອເຮັດໃຫເຊື່ອມໂຍງເຂົ້າກັນ, ເພື່ອຊຸກຍູ້ການສ້າງສາພັດທະນາເຂດເສດຖະກິດ ຂອງ ຊິງຫລຽນນະຄອນຄຸນໝິງ ຫລື ການຄ້າເສລີ ໃຫ້ມີປະສິດທິຜົນໃນລວງເລິກ.

ວັນທີ 26 ເມສາຜ່ານມານີ້, ທ່ານ ລິວຫົງຈ້ຽນ, ກຳມະການຄະນະປະຈຳພັກແຂວງຢຸນນານ ແລະ ເລຂາຄະນະພັກນະຄອນຄຸນໝິງ ໄດ້ພົບປະກັບ ທ່ານ ຕຸລາໄຊ ວໍລະຈິດ ແລະ ຄະນະຜູ້ແທນຈາກບໍລິສັດນ້ຳມັນເຊື້ອໄຟລາວ NTP. ທ່ານ ລິວຫົງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂອງລາວ ເປັນຢ່າງຍິ່ງ ແລະ ໄດ້ກ່າວວ່າ, ຈີນ ແລະ ລາວ ມີສາຍພູ ແລະ ແມ່ນ້ຳລຳເຊທີ່ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ແລະ ມີການພົວພັນກັນຢ່າງໃກ້ຊິດ. ໂດຍການເປີດເສັ້ນທາງລົດໄຟ ຈີນ-ລາວ ແລະ ການສ້າງທ່າບົກສາກົນຂອງຕົວເມືອງບໍ່ຫານທີ່ຂື້ນກັບນະຄອນຄຸນໝິງ, ເຮັດໃຫ້ການ ແລກປ່ຽນໄປມາຫາສູ່ກັນ ແລະ ການຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງ ນະຄອນຄຸນໝິງ ແລະ ລາວ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂື້ນ. ທ່ານ ຕຸລາໄຊ ວໍລະຈິດ ໄດ້ກ່າວວ່າ: ບໍລິສັດຕີລາຄາສູງຕໍ່ການຮ່ວມມືກັບຄຸນໝິງ ແລະ ຈະເພີ່ມທະວີການພົວພັນວຽງງານໃຫ້ເຂົ້າອົກເຂົ້າໃຈກັນຍິ່ງຂື້ນ ແລະ ເລັ່ງລັດການປະຕິບັດໂຄງການ ເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນອັນໃຫຍ່ຫຼວງໂດຍໄວເທົ່າທີ່ຈະໄວໄດ້ ແລະ ນຳມາສູ່ຜົນປະໂຫຍດຮ່ວມກັນ.

ໃນມື້ດຽວກັນນີ້, ຢູ່ກອງປະຊຸມຖະແຫລງຂ່າວພິເສດກ່ຽວກັບ ລະບົບການປະດິດສ້າງໃນເຂດທົດລົງການຄ້າເສລີນະຄອນຄຸນໝິງ, ໄດ້ແນະນໍາປື້ມຄູ່ມື “ຖານຂໍ້ມູນໃຫຍ່ຂອງເຂດທົດລົງການຄ້າເສລີຈີນ”. ປຶ້ມຄູ່ມືດັ່ງກ່າວ ເປັນຜົນການຄົ້ນຄວ້າທຳອິດຂອງຈີນ ທີ່ແນເປົ້າໃສ່ເຂດທົດລອງການຄ້າເສລີ ແລະ ນຳໃຊ້ຖານຂໍ້ມູນຈຸລະພາກຂະໜາດໃຫຍ່ໃຫ້ກວ້າງຂວາງທີ່ສຸດ. ປື້ມດັ່ງກ່າວນໍາໃຊ້ຂໍ້ມູນຈາກການລົງທະບຽນວິສາຫະກິດ ຢູ່ສະພາອຸດສາຫະກໍາ ແລະ ການຄ້າ, ໄດ້ນຳໃຊ້ຮູບການຂໍ້ມູນຫລາກຫລາຍວິທີໃນການວິເຄາະຂໍ້ຄວາມ ແລະ ສ້າງເປັນດັດສະນີຕົວວັດແທກໃນການພັດທະນາ. ໂດຍຜ່ານການວິເຄາະຖານຂໍ້ມູນໃຫຍ່ ແລະ ຂໍ້ມູນຈຸນລະພາກຂະຫນາດໃຫຍ່ນີ້ ໄດ້ສະທ້ອນໃຫ້ເຫັນເຖິງທຸກໆ ດ້ານຄວາມຄືບຫນ້າຂອງເຂດທົດລອງການຄ້າເສລີ ຜ່ານຕົວວັດແທກດັ່ງກ່າວ, ເຮັດໃຫ້ງ່າຍຂຶ້ນສໍາລັບນັກຄົ້ນຄວ້າ ແລະ ຜູ້ຈັດການທີ່ກ່ຽວຂ້ອງ ເພື່ອຄົ້ນຫາ ແລະ ນໍາໃຊ້ໃນການວິເຄາະຕື່ມອີກ. ນອກນີ້, ຍັງໄດ້ເປີດເຜີຍກໍລະນີປະດິດສ້າງໃໝ່ 5 ກໍລະນີ ຢູ່ ນະຄອນຄຸນໝິງ. ສໍາລັບລາຍລະອຽດເພີ່ມເຕີມ ສາມາດຕິດຕາມໄດ້ໃນກຸມ “ເຂດພັດທະນາເສດຖະກິດນະຄອນຄຸນໝິງ” ຜ່ານທາງ WeChat.

ວັນທີ 26 ເມສາຜ່ານມານີ້, ຕາມຂໍ້ມູນຂອງກຸມບໍລິສັດກົມທາງລົດໄຟຄຸນໝິງສປຈີນໄດ້ໃຫ້ຊາບວ່າ: ໃນວັນທີ 1 ມັງກອນ ຫາ ວັນທີ 25 ເມສາ 2024, ເສັ້ນທາງລົດໄຟມີຜູ້ໂດຍສານໃຊ້ບໍລິການຫລາຍກວ່າ 7,16 ລ້ານກວ່າຄົນ, ທຽບໃສ່ປີກາຍເພີ່ມຂຶ້ນ 21,9%, ປະລິມານການຂົນສົ່ງສິນຄ້າເພີ່ມຂື້ນແບບກ້າວກະໂດດ, ບັນລຸກາຍ 6,26 ລ້ານໂຕນ, ທຽບໃສ່ປີກາຍເພີ່ມຂຶ້ນ 13,9%. ໃນວັນທີ 13 ເມສານີ້, ເນື່ອງໃນໂອກາດຄົບຮອບ 1 ປີ ແຫ່ງ ການເປີດການນຳໃຊ້ເສັ້ນທາງລົດໄຟໂດຍສານສາກົນ ຈີນ-ລາວ, ພາກສ່ວນກ່ຽວຂ້ອງຂອງເສັ້ນທາງລົດໄຟຈີນ-ລາວໄດ້ເປີດການຖ້ຽວລົດໂດຍສານສາກົນເພີ່ມອີກ 2 ຖ້ຽວ ລະຫວ່າງ ສອງສະຖານທ່ອງທ່ຽວທີ່ມີຊື່ສຽງ ຂອງ ເຂດສິບສອງພັນນາ, ສປ ຈີນ ແລະ ແຂວງຫຼວງພະບາງ, ສປປ ລາວ. ເສັ້ນທາງລົດໄຟດັ່ງກ່າວສາມາດໃຊ້ເວລາເດີນທາງໄປກັບໄດ້ໃນມື້ດຽວກັນ.

ຫວ່າງ ມໍ່ໆມານີ້, ຕາມສູນປົກປ້ອງຊັບສິນທາງປັນຍາຄຸນໝິງ, ໃນຊຸມປີທີ່ຜ່ານມາ, ສູນດັ່ງກ່າວໄດ້ຮັບໃຊ້ຮອງຮັບການພັດທະນາ ການສ້າງສາຫົວຄິດປະດິດສ້າງໃໝ່ໆ ແລະ ໄດ້ເປີດກວ້າງຊ່ອງທາງດ່ວນສຳລັບການຮ້ອງຂໍສິດລິຄະສິດຂອງວິສາຫະກິດທີ່ເຂດບໍ່ຫານ, ວິສາຫະກິດສາມາດຜ່ານຊ່ອງທາງດ່ວນດັ່ງກ່າວໃນການດຳເນີນການຍື່ນຄໍາຮ້ອງສະເໜີລິຄະສິດ ແລະ ເວລາການຜ່ານການອະນຸມັດໄດ້ຫລຸດລົງຫຼາຍກ່ວາ 90%.

ສູນດັ່ງກ່າວໄດ້ຮັບການມອບໝາຍໜ້າທີ່ຈາກການອະນຸມັດ ຂອງກົມຊັບສິນທາງປັນຍາແຫ່ງຊາດ ແລະ ໄດ້ສະໜອງການບໍລິການກວດສອບການຍື່ນຂໍລິຄະສິດສຳລັບສອງຂະແໜງອຸດສາຫະກຳໃຫຍ່ ຂອງການຜະລິດຜະລິດຕະພັນຊີວະພາບ ແລະ ອຸປະກອນປັນຍາປະດິດ ຫລື AI ພາຍໃນນະຄອນຄຸນໝິງ. ການຢື່ນຂໍອະນຸມັດລິຄະສິດການປະດິດສ້າງໂດຍວິສາຫະກິດຜ່ານຊ່ອງທາງກວດກາດັ່ງກ່າວ ໄດ້ຫລຸດເວລາຈາກ 18 ເດືອນ ມາເປັນ 1 ຫາ 2 ເດືອນ, ເວລາສັ້ນລົງກວ່າ 90%, ອັດຕາການອະນຸຍາດເພີ່ມຂຶ້ນຈາກປະມານ 50% ມາເປັນ 85%. ເມື່ອບໍ່ດົນມານີ້, ໃບຮ້ອງຂໍລິຄະສິດຜ່ານການອະນຸມັດຈາກສູນດັ່ງກ່າວໄດ້ສຳເລັດເປັນທີ່ຮ້ຽບຮ້ອບ ໂດຍໃຊ້ເວລາພຽງ 7 ວັນ, ເປັນຂີດໝາຍສຳຄັນໃນການບຸກທະລຸ “ເລກສູນ” ຂອງ ວິສາຫະກິດເຂດບໍ່ຫານໃນວຽກງານຊັບສິນທາງປັນຍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments