Saturday, July 27, 2024
Homeຂ່າວການເມືອງສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດຢ່າງສົມກຽດ

ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດຢ່າງສົມກຽດ

ວັນທີ 15 ພຶດສະພາ 2024 ຢູ່ຫ້ອງປະຊູມແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ພົຈວ ຈວງຈັນ ລາດສະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງ, ສ່ວນແຂວງຮ່າຕິ່ງນຳໂດຍ ທ່ານ ເລຫງັ້ອກເຈົາ ກຳມະການພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຫົວໜ້າຄະນະຊີ້ນຳ 515 ຄະນະກຳມະການປະຊາຊົນແຂວງຮ່າຕິ່ງ.

ໂດຍປະຕິບັດຕາມເນື້ອໃນຈິດໃຈການຊີ້ນຳຂອງສອງພັກ-ສອງລັດຖະບານ ແລະ ຄະນະປະຕິບັດງານພິເສດຂອງສອງປະເທດ ລາວ-ຫວຽດນາມ, ໂດຍສະເພາະແຂວງບໍລິຄຳໄຊ-ຮ່າຕິ່ງ ກ່ຽວກັບວຽກງານການຊອກຫາ, ຂຸດຄົ້ນ, ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ ໃນສົກປີ 2023-2024 ນີ້, ເຊິ່ງທັງສອງຝ່າຍ ແມ່ນເຕັມໄປດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ສາມາດສຳຫຼວດ ແລະ ຂຸດຄົ້ນໄດ້ຈຳນວນ 9 ອັດຖິ ພ້ອມນີ້ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ ເພື່ອຈະໄດ້ຈັດສົ່ງກັບ ຄືນປະເທດ ຕາງໜ້າແຂວງບໍລິຄຳໄຊເຊັນໂດຍທ່ານ ພົຈວ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ແລະ ທ່ານ ເລຫງັ້ອກເຈົາ ກຳມະການພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຫົວ ໜ້າຄະນະຊີ້ນຳ 515 ຄະນະກຳມະການປະຊາຊົນແຂວງຮ່າຕິ່ງ ໂດຍຊ້ອງໜ້າ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ຄຳຟອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments