Home ຂ່າວພາຍໃນ ການສັກວັກຊີນ ສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້

ການສັກວັກຊີນ ສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້

0
15

ກະຊວງສາທາລະນະສຸກ ຈະເລີ່ມຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ ໃນທົ່ວປະເທດ ແຕ່ວັນທີ 20-31 ພຶດສະພາ 2024 ທີ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ສະຖານທີ່ທີ່ກຳນົດອື່ນໆ ໃນທົ່ວປະເທດ ເຊິ່ງການສັກວັກຊິນ ສາມາດປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໄດ້ ແລະ ເປັນການປ້ອງກັນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ. ຂະບວນການດັ່ງກ່າວ, ແມ່ນໄດ້ຖືກຈັດຕັ້ງປະຕິບັດຂຶ້ນໃນໄລຍະຂອງສັບປະດາສັກຢາກັນພະຍາດສາກົນ 2024 ໂດຍເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງວັກຊີນ ໃນການຮັກສາຊີວິດຂອງເດັກນ້ອຍ ເຊັ່ນດຽວກັນ.

ທ່ານ ນາງ ຈັນໃສ ປັດທໍາມະວົງ ຮອງຂະແໜງກັນພະຍາດດ້ວຍວັກຊີນແຫ່ງຊາດ ສູນສຸຂະພາບແມ່ ແລະ ເດັກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນພະຍາດທີ່ເກີດຈາກເຊື້ອໄວຣັດຊະນິດໜຶ່ງ ເຊິ່ງອັດຕາການແພ່ເຊື້ອແມ່ນໄວຖ້າພະຍາດດັ່ງກ່າວຫາກເຂົ້າໄປໃນກຸ່ມຊຸມຊົນໃດໜຶ່ງ ຫລື ບຸກຄົນ ແມ່ນຈະເຮັດໃຫ້ຜູ້ທີ່ຮັບການຕິດເຊື້ອມີຄວາມສ່ຽງອັນຕະລາຍຈາກການເສຍຊີວິດ ຖ້າບໍ່ໄດ້ຮັບການປິ່ນປົວໃຫ້ທັນເວລາ, ເຮັດໃຫ້ເກີດມີອາການສົນຕາມມາ ຖ້າບໍ່ມີການໂຕ້ຕອບຢ່າງທັນການ. ສະນັ້ນ, ການສັກວັກຊີນກັນໝາກແດງ ແມ່ນມີຄວາມປອດໄພ, ວັກຊີນກໍມີປະສິດທິພາບສູງ ໂດຍວັກຊິນທີ່ນໍາໃຊ້ໃນ ສປປ ລາວ ໄດ້ຜ່ານການກັ່ນຕອງ, ໄດ້ຮັບອະນຸຍາດຈາກອົງການອະນາໄມໂລກ. ພະຍາດໝາກແດງໃຫຍ່ ເປັນພະຍາດຕິດເຊື້ອທີ່ເກີດຈາກໄວຣັດທີ່ມີອັດຕາການແພ່ເຊື້ອສູງ ແລະ ເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກ ເຊັ່ນ: ຄວາມຈຳເສື່ອມ, ຕາບອດ ແລະ ພະຍາດອື່ນໆທີ່ກ່ຽວກັບການເບິ່ງເຫັນ, ເຊື້ອໄວຣັດຂອງພະຍາດໝາກແດງໃຫຍ່ແພ່ກະຈາຍຜ່ານລະອອງຝອຍໃນອາກາດ ຫລື ຈາກການສໍາຜັດໂດຍກົງກັບບັນດາສານຄັດຫລັ່ງຈາກດັງ ແລະ ຮູຄໍ ຂອງຜູ້ຕິດເຊື້ອ. ເຖິງວ່າຈະມີວັກຊີນທີ່ປອດໄພ, ມີປະສິດທິພາບ ແລະ ລາຄາບໍ່ແພງກໍຕາມ, ພະຍາດໝາກແດງໃຫຍ່ຍັງເປັນສາເຫດສຳຄັນ ຂອງການເສຍຊີວິດທີ່ສາມາດປ້ອງກັນໄດ້ໃນທົ່ວໂລກ; ອາການເບື້ອງຕົ້ນ ຂອງພະຍາດໝາກແດງໃຫຍ່ ໂດຍທົ່ວໄປແລ້ວປະກອບມີ ໄຂ້, ອິດເມື່ອຍ, ໄອ, ເຍື່ອຕາອັກເສບ (ຕາແດງ) ແລະ ດັງອັກເສບ/ເປັນຫັວດ (ຂີ້ມູກຍ້ອຍ) ລັກສະນະຜື່ນແດງ (maculopapular) ຈະປະກົດຂຶ້ນພາຍໃນ 2-4 ມື້ ຫລັງຈາກເລີ່ມມີອາການຂອງພະຍາດ. ອາການແຊກຊ້ອນຂອງພະຍາດໝາກແດງໃຫຍ່ປະກອບມີ: ຖອກທ້ອງ, ຫູອັກເສບ (otitis media), ກ່ອງສຽງອັກເສບ (croup), ປອດອັກເສບ ແລະ ເຍື່ອຫຸ້ມສະໝອງອັກເສບ (encephalitis) ອາການ ປອດອັກເສບ, ຖອກທ້ອງ, ແລະ ກ່ອງສຽງອັກເສບ ເປັນສາເຫດສ່ວນໃຫຍ່ໃນການເສຍຊີວິດ. ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດຂອງເດັກນ້ອຍອາດສູງເຖິງ 5-10%.

ສໍາລັບ ພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ໄວຣັດຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ປົກກະຕິແລ້ວຈະມີຄວາມຮຸນແຮງລະດັບປານກາງ, ພະຍາດນີ້ຕິດຕໍ່ຜ່ານທາງເດີນຫາຍໃຈ ໄປຫາຄົນທີ່ອ່ອນແອ ທີ່ສໍາຜັດໂດຍກົງກັບຜູ້ຕິດເຊື້ອທີ່ ຈາມ ຫລື ໄອ, ພະຍາດໝາກແດງນ້ອຍມີອາການຄ້າຍຄືກັນກັບພະຍາດໝາກແດງໃຫຍ່ເຊັ່ນ: ໄຂ້, ອິດເມື່ອຍ, ເຍື່ອເມືອກຕາອັກເສບເລັກນ້ອຍ ໃນໄວໝຸ່ມ ແລະ ຜູ້ໃຫຍ່, ມັນສາມາດເຮັດໃຫ້ເກີດພະຍາດຂໍ້ອັກເສບ ແລະ ເຍື່ອຫຸ້ມສະໝອງອັກເສບ ເຊິ່ງໄລຍະການບົ່ມເຊື້ອແມ່ນ 12-23 ວັນ ໂດຍສະເລ່ຍແມ່ນຢູ່ທີ່ 18 ວັນ.

ພ້ອມນີ້, ທ່ານ ນາງ ຈັນໃສ ປັດທໍາມະວົງ ຍັງໃຫ້ຮູ້ອີກວ່າ: ໃນແມ່ຍິງຖືພາ, ເຊື້ອໄວຣັດສາມາດແຜ່ເຊື້ອ ແລະ ຕິດຕໍ່ໄປຍັງລູກໃນທ້ອງໃນມົດລູກຜ່ານທາງສາຍແຮ່ໄດ້; ເດັກທີ່ເປັນພະຍາດໝາກແດງນ້ອຍມາແຕ່ກຳເນີດ ອາດຈະຂັບຖ່າຍເຊື້ອໄວຣັດດັ່ງກ່າວອອກ ຜ່ານທາງສານຄັດຫລັ່ງ ແລະ ປັດສະວະ ເປັນເວລາ 1 ປີ ຫລື ອາດຈະດົນກ່ອນນັ້ນ, ການຕິດເຊື້ອໝາກແດງນ້ອຍ ຂອງແມ່ໃນເວລາຖືພາໃນໄລຍະທໍາອິດ ສາມາດສົ່ງຜົນກະທົບຕໍ່ລູກໃນທ້ອງຢ່າງຮຸນແຮງ ແລະ ສາມາດເຮັດໃຫ້ເກີດການຫລຸລູກໄດ້, ການເສຍຊີວິດຂອງລູກໃນໄລຍະຖືພາ ຫລັກໆແມ່ນມີພາວະພິການ ຊຶ່ງເອີ້ນວ່າພະຍາດໝາກແດງນ້ອຍແຕ່ກໍາເນີດ (CRS); ພະຍາດໝາກແດງນ້ອຍເປັນສາເຫດຫລັກທີ່ກໍ່ໃຫ້ເກີດຕໍ້ແກ້ວຕາໃນເດັກ ແລະ ເຮັດໃຫ້ເດັກຕາບອດ.

ຂ່າວ: ສົມຫວັງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here