Saturday, July 27, 2024
Homeຂ່າວໜ້າໜຶ່ງລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເລີ່ມຕົ້ນຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ

ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເລີ່ມຕົ້ນຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ

ນະຄອນຫຼວງວຽງຈັນ, 17 ພຶດສະພາ 2024 – ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໃນມື້ນີ້ ໄດ້ລິເລີ່ມ ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ ທີ່ ສູນການຄ້າ ວຽງຈັນເຊັນເຕີ້ ທີ່ ນະຄອນຫຼວງວຽງຈັນ, ເຊິ່ງຂະບວນການດັ່ງກ່າວ ແມ່ນຈະແນ່ໃສ່ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແລະ ຈະໃຫ້ການປ້ອງກັນແກ່ເດັກນ້ອຍຈຳນວນຫຼາຍກ່ວາເຄິ່ງລ້ານຄົນ ຈາກພະຍາດທັງສອງ.
ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ນີ້ ແມ່ນນຳພາໂດຍ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ກາວີ (Gavi), ລັດຖະບານ ອົດສະຕຣາລີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ລະບາດຂອງ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍສະເພາະ ໃນປັດຈຸບັນເຫັນໄດ້ວ່າ ມີການເພີ່ມຂື້ນຂອງກໍລະນີຂອງພະຍາດທັງສອງໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ.


ໃນງານ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ທັນເວລາ ຂອງຂະບວນການຮັບວັກຊີນນີ້. ທ່ານໄດ້ກ່າວວ່າ: “ຂະບວນການຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນຂີດໝາຍອັນສຳຄັນໃນຄວາມພະຍາຍາມຂອງພວກເຮົາ ເພື່ອປົກປ້ອງຮັກສາສຸຂະພາບຂອງລູກຫຼານພວກເຮົາ, ເຊິ່ງໃນຄວາມພະຍາຍາມດັ່ງກ່າວນັ້ນ ການສັກວັກຊີນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຮັບມືກັບຄວາມສ່ຽງຕໍ່ສູຂະພາບເດັກ ທີ່ເກີດຂຶ້ນໄດ້ຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.” ວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດສັກໄດ້ທີ່ ສຸກສາລາ ທຸກແຫ່ງທົ່ວປະເທດ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.


ທ່ານ ນາງ ນາເດຍ ລາສຣິ, ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກ ອົງການ ກາວີ ປະຈຳ ສປປ ລາວ, ກໍ່ໄດ້ກ່າວເຖິງຄວາມຈຳເປັນໃນການສະໜອງຢາວັກຊີນ ໃຫ້ກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ: “ການສະໜັບສະໜູນຂອງ ອົງການ ກາວີ ໃນຂະບວນການຮັບວັກຊີນທົ່ວ ສປປ ລາວ ຄັ້ງນີ້ນັ້ນ ຍັງຈະປະກອບສ່ວນເຂົ້າຕໍ່ການເສີມສ້າງຄວາມເຂັ້ມແຂງ ໃນວຽກງານສັກຢາກັນພະຍາດຂອງ ສປປ ລາວ. ປັດຈຸບັນ, ເນື່ອງຈາກການເພີ່ມຂຶ້ນໃນທົ່ວໂລກຂອງກໍລະນີພະຍາດເຫຼົ່ານີ້, ພວກເຮົາຈຶ່ງຕ້ອງຮັບປະກັນວ່າ ເດັກນ້ອຍທຸກຄົນສາມາດໄດ້ຮັບວັກຊີນ, ໂດຍສະເພາະ ແມ່ນຜູ້ທີ່ຍັງບໍ່ໄດ້ຮັບວັກຊີນເທື່ອ, ກໍ່ເພື່ອບໍ່ໃຫ້ມີໃຜຖືກປະຖິ້ມໄວ້ທາງຫຼັງໃນຂະບວນການນີ້.
ໃນເດືອນກຸມພາ ປີ 2024, ສປປ ລາວ ກໍໄດ້ຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກເເດງນ້ອຍ ຈໍານວນຫຼາຍກ່ວາ 668,500 ໂດສ໌ ເພື່ອຊ່ວຍໃນການສະກັດກັ້ນການແຜ່ລະບາດຂອງທັງສອງພະຍາດດັ່ງກ່າວ, ເຊິ່ງວັກຊີນເຫຼົ່ານີ້ເເມ່ນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກ ອົງການ ກາວີ ຕໍ່ ວຽກງານສັກຢາກັນພະຍາດຂອງ ສປປ ລາວ.
ງານຈັດຢູ່ທີ່ ສູນການຄ້າ ວຽງຈັນເຊັນເຕີ້ ນັ້ນ ຍັງເຂົ້າຮ່ວມໂດຍ ບັນດາຜູ້ຕາງໜ້າຈາກ ບັນດາອົງການຄູ່ຮ່ວມພັດທະນາຕ່າງໆ ແລະ ພວກເຂົາກໍ່ໄດ້ຍົກໃຫ້ເຫັນຕື່ມອີກເຖິງປະສິດຕິຜົນຂອງວັກຊີນກັນພະຍາດ ແລະ ຮຽກຮ້ອງໃຫ້ບັນດາພໍ່ແມ່ຜູ້ປົກຄອງ ນຳເອົາລູກຂອງຕົນໄປຮັບການສັກວັກຊີນ.


ທ່ານ ແດນ ເຮວເດິນ, ອຸປະທູດ ສະຖານທູດອົດສະຕຣາລີ, ກໍ່ໄດ້ກ່າວວ່າ: “ຂະບວນການຮັບວັກຊີນນີ້ ຈະຊ່ວຍປົກປ້ອງເດັກນ້ອຍທົ່ວ ສປປ ລາວ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເເລະ ອົດສະຕຣາລີ ກໍມີຄວາມຮູ້ສຶກພູມໃຈທີ່ໄດ້ສະຫນັບສະຫນູນ ກະຊວງສາທາລະນະສຸກ ໃນການສະໜອງວັກຊີນຊ່ວຍຊີວິດເຫຼົ່ານີ້ ຮ່ວມມືກັບ ອົງການ ກາວີ, ອົງການອະນາໄມໂລກ ເເລະ ອົງການຢູນິເຊັບ.”


ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກໍ່ໄດ້ກ່າວອີກວ່າ: “ໃນການຮັບມືກັບການກັບມາຂອງພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ນັ້ນ, ສີ່ງທີ່ພວກເຮົາປະຕິບັດໃນມື້ນີ້ ຈະເປັນຕົວກໍານົດສຸຂະພາບໃນອະນາຄົດຂອງລູກຫຼານພວກເຮົາ. ນີ້ເປັນຊ່ວງໂອກາດອັນສຳຄັນ ແລະ ຂ້າພະເຈົ້າ ຈຶ່ງຢາກາຂໍຮຽກຮ້ອງໃຫ້ບັນພໍ່ແມ່ພີ່ນ້ອງທຸກຄົນ ຈົ່ງພາລູກຫຼານຂອງຕົນໄປຮັບວັກຊີນທີ່ ສຸກສາລາ ຫຼື ໂຮງໝໍ ທີ່ໃກ້ຕົວທ່ານທີ່ສຸດ ເພື່ອສາມາດຮັບວັກຊີນໄດ້ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.”
ທ່ານ ດຣ. ຍູ ລີ ປາກ, ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ກໍ່ໄດ້ຍ້ອງຍໍຊົມເຊີຍ ຂະບວນການຮັບວັກຊີນນີ້ ແລະ ພະນັກງານສາທາລະນະສຸກ ທີ່ຢູ່ແຖວໜ້າຂອງຂະບວນການ: “ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍການນໍາພາຂອງ ກະຊວງສາທາລະນະສຸກ ແລະ ບັນດາພະນັກງານສາທາລະນະສຸກແຖວໜ້າ ຜູ້ເປັນຂົວເຊື່ອມຕໍ່ພວກເຮົາຫາຊຸມຊົນ ເພື່ອສະໜອງວັກຊີນໃນທົ່ວປະເທດ, ຈາກຊຸມຊົນຕົວເມືອງ ຈົນເຖິງ ເຂດຫ່າງໄກສອກຫຼີກທີ່ສຸດ.”
ວັກຊີນກັນພະຍາດທັງໝົດ ໃນ ສປປ ລາວ ແມ່ນໄດ້ຖືກຮັບຮອງໂດຍ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າ ປອດໄພ ແລະ ມີປະສິດທິພາບສູງ ໃນການປ້ອງກັນເດັກນ້ອຍຈາກການເຈັບປ່ວຍຮ້າຍແຮງ ແລະ ການເສຍຊີວິດຈາກພະຍາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments