Home ຂ່າວຕ່າງປະເທດ BOJ ຈັດກອງປະຊຸມທະນາຄານກາງທົ່ວໂລກ ເພື່ອປຶກສາຫາລືວິກິດການເງິນເຟີ້

BOJ ຈັດກອງປະຊຸມທະນາຄານກາງທົ່ວໂລກ ເພື່ອປຶກສາຫາລືວິກິດການເງິນເຟີ້

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ພຶດສະພາ ນີ້ວ່າ: ທະນາຄານກາງຍີ່ປຸ່ນ (BOJ) ກຽມເປີດກອງປະຊຸມປະຈຳປີຮ່ວມກັບບັນດາສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງຂອງຕົນ ເປັນເວລາ 2 ວັນ ທີ່ສຳນັກງານໃຫຍ່ໃນນະຄອນຫຼວງໂຕກຽວ. ໂດຍມີເຈົ້າໜ້າທີ່ຂັ້ນສູງຈາກທະນາຄານກາງສະຫະລັດ ອາເມລິກາ (Fed) ແລະ ທະນາຄານກາງເອີຣົບ, ທະນາຄານກາງການາດາ ແລະ ທະນາຄານກາງອົສຕຣາລີ ລວມທັງນັກວິຊາການຈາກອາຊີ ແລະ ເອີຣົບ ຊຶ່ງຖືວ່າເປັນເວທີທີ່ສໍາຄັນຂອງໂລກທີ່ຄ້າຍຄືກັນກັບກອງປະຊຸມປະຈໍາປີຂອງ Fed ທີ່ Jackson Hole ໃນສະຫະລັດ ອາເມຣິກາ.

ເຖິງແມ່ນວ່າກອງປະຊຸມສ່ວນໃຫຍ່ແມ່ນບໍ່ໄດ້ເປີດໃຫ້ສື່ມວນຊົນເຂົ້າຮ່ວມ ແລະ ເນື້ອໃນເນັ້ນຫຼັກການວິຊາການ. ແຕ່ຫົວຂໍ້ຂອງປີນີ້ມີຄວາມສໍາຄັນຫຼາຍ, ໂດຍເນັ້ນໃສ່ສິ່ງທ້າທາຍໃໝ່ຂອງນະໂຍບາຍການເງິນ ທັງໃນດ້ານໄພເງິນເຟີ້ທີ່ຍັງບໍ່ທັນຫຼຸດລົງ, ຄວາມສ່ຽງຕໍ່ການເຕີບໂຕທາງດ້ານເສດຖະກິດ, ຄວາມແປປວນຂອງຕະຫຼາດການເງິນ ແລະ ຜົນກະທົບຈາກມາດຕະການພາສີຂອງ ສະຫະລັດ ອາເມລິກາ.

ຫົວຂໍ້ໜຶ່ງໃນວາລະຂອງກອງປະຊຸມແມ່ນການວິເຄາະຄວາມຕ້ອງການເງິນສຳຮອງ, ການຄວບຄຸມອັດຕາດອກເບ້ຍ ແລະ ນະໂຍບາຍການຄວບຄຸມປະລິມານ (QT) ລວມທັງການສົນທະນາກ່ຽວກັບບົດຄວາມຂອງກອງທຶນເງິນຕາສາກົນ (IMF) ສະບັບຫຼ້າສຸດທີ່ອອກໃນເດືອນທັນວາ 2024 ຊຶ່ງຊີ້ໃຫ້ເຫັນເຖິງຄວາມສ່ຽງທີ່ໜ້າເປັນຫ່ວງຂອງອັດຕາເງິນເຟີ້. ໂດຍອະທິບາຍວ່າສະຖານະການທີ່ມີຜົນກະທົບຕໍ່ການສະໜອງເຊັ່ນ: ວິກິດການໂຄວິດ-19 ອາດເຮັດໃຫ້ອັດຕາເງິນເຟີ້ແກ່ຍາວ ແລະ ເຕືອນວ່າທະນາຄານກາງບໍ່ຄວນລະເລີຍຕໍ່ຄວາມກົດດັນດ້ານຕົ້ນທຶນ.

ການທີ່ທະນາຄານກາງຕ່າງໆຕ້ອງປະເຊີນກັບຄວາມກົດດັນຫຼາຍດ້ານພ້ອມກັນ ບໍ່ວ່າຈະເປັນໄພເງິນເຟີ້ທີ່ຍັງຢູ່ໃນລະດັບສູງ ຫຼື ຄວາມສ່ຽງຂອງເສດຖະກິດຖົດຖອຍ ເຮັດໃຫ້ການກໍານົດທິດທາງຂອງອັດຕາດອກເບ້ຍມີຄວາມທ້າທາຍຫຼາຍຂຶ້ນ ໂດຍສະເພາະເມື່ອຄວາມສ່ຽງບາງສ່ວນມາຈາກນະໂຍບາຍພາສີ ແລະ ການຄ້າທີ່ເຄັ່ງຄັດຂອງສະຫະລັດ ອາເມຣິກາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version