Home ຂ່າວຕ່າງປະເທດ ຢູເອັນ ເລັ່ງຊ່ວຍເຫລືອ ອາຟະການິດສະຖານ ຫລັງຈາກແຜ່ນດິນໄຫວຢ່າງຮຸນແຮງ

ຢູເອັນ ເລັ່ງຊ່ວຍເຫລືອ ອາຟະການິດສະຖານ ຫລັງຈາກແຜ່ນດິນໄຫວຢ່າງຮຸນແຮງ

0

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ກາບູນ ປະເທດ ອາຟະການິດສະຖານ ເມື່ອວັນທີ 2 ກັນຍາ ກ່ຽວກັບ ຄວາມຄືບໜ້າ ຫລັງຈາກເກີດ ເຫດແຜ່ນດິນໄຫວ ຢ່າງຄັ້ງຮຸນແຮງ 6,0 ລິກເຕີ ໃນພາກພື້ນທາງຕາເວັນອອກສ່ຽງເໜືອ ຂອງ ອາຟະການິດສະຖານ ເມື່ອວັນທີ 1 ກັນຍາ ຜ່ານມາ ເຮັດໃຫ້ມິຜູ້ເສຍຊີວິດ 800 ກວ່າຄົນ ແລະ ໄດ້ຮັບບາດເຈັບອີກ ຫລາຍກວ່າ 2.500 ຄົນ ຢູ່ແຂວງ ດູນາຣ, ສ່ວນແຂວງນັນກາຣຮາ ຊຶ່ງຢູ່ໃກ້ກັບເຂດແຜ່ນດິນໄຫວ ໃນຄັ້ງນີ້ຫລາຍທີ່ສຸດ ມີຜູ້ເສຍຊີວິດ ຢ່າງໜ້ອຍ 12 ຄົນ ແລະ ບາດເຈັບປະມານ 255 ຄົນ.

ສ່ວນສູນກາງ ຂອງແຜ່ນດິນໄຫວ ໃນຄັ້ງນີ້ ຢູ່ໃນລະດັບຕື້ນພຽງ 8 ກິໂລແມັດ ຈຶ່ງເຮັດໃຫ້ມີໂອກາດ ເກີດຄວາມເສຍຫາຍເປັນວົງກວ້າງ, ຍິ່ງເປັນກວ່ານັ້ນ ພື້ນທີ່ເກີດເຫດ ຢູ່ທ່າມກາງພູ ເປັນພື້ນທີ່ຫ່າງໄກ ແລະ ມີພື້ນຖານໂຄງລ່າງຍໍ່ແຂງແຮງ ເຮັດໃຫ້ຂອບເຂດ ຂອງ ຄວາມເສຍຫາຍ ລຸກລາມໄປຢ່າງຫລາຍ.

ໃນຂະນະທີ່ ທ່ານ ອັນໂຕນິໂອ ກູເຕີຣເຣສ ເລຂາທິການ ສະຫະປະຊາຊາດ (ຢູເອັນ) ປະກາດ ການຈັດສັນງົບປະມານ ຈາກ ກອງທຶນສຸກເສີນ ໃນເບື້ອງຕົ້ນ 5 ລ້ານໂດລາ ສະຫະລັດ ແລະ ຢືນຢັນວ່າ ໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງ ພວມເລັ່ງ ປະສານງານ ກັບ ໜ່ວຍງານທ້ອງຖິ່ນ ຂອງ ອາຟະການິດສະຖານ ເພື່ອໃຫ້ການສົ່ງມອບ ຄວາມຊ່ວຍເຫລືອ ໃຫ້ແກ່ປະຊາຊົນ ຢ່າງສະດວກ ແລະ ວ່ອງໄວທີ່ສຸດ ເທົ່າທີ່ ຈະເປັນໄປໄດ້./

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version