ວັນທີ 1 ກັນຍານີ້, “ເທສະການຮູບເງົາຣັດເຊຍ 2025” ທີ່ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມ ຂອງກົມຮູບເງົາ ແຫ່ງຊາດຈີນ ແລະ ກະຊວງວັດທະນະທຳສະຫະພັນຣັດເຊຍ ໄດ້ຈັດພິທີເປີດງານຢ່າງຄຶກຄື້ນ ຢູ່ຫໍຂໍ້ມູນຮູບເງົາຈີນ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ແລະ ທ່ານ ນາງ ໂອລກາ ໂບຣິຊອຟນາ ລູບີໂມວາ ລັດຖະມົນຕີກະຊວງວັດທະນະທຳສະຫະພັນຣັດເຊຍ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ. “ເທສະການຮູບເງົາຣັດເຊຍ 2025” ຄັ້ງນີ້ແມ່ນສ່ວນໜຶ່ງຂອງກິດຈະກຳ “ປີວັດທະນະທຳຈີນ-ຣັດເຊຍ” ປະຈຳປີ 2024-2025, ຈະຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ, ນະຄອນຊີ່ນິງ ແລະ ນະຄອນຫລານໂຈ່ວ ໃນລະຫວ່າງ ວັນທີ 1-12 ກັນຍານີ້ ເຊິ່ງຈະສາຍຮູບເງົາຣັດເຊຍ 8 ເລື່ອງທີ່ມີເນື້ອໃນອຸດົມສົມບູນ ແລະ ມີຫລາກຫລາຍປະເພດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ