Home ຂ່າວຕ່າງປະເທດ ອິນໂດເນເຊຍ ຈະສຸມໃສ່ການຜະລິດພະລັງງານແສງຕາເວັນ ແລະ ນໍ້າ

ອິນໂດເນເຊຍ ຈະສຸມໃສ່ການຜະລິດພະລັງງານແສງຕາເວັນ ແລະ ນໍ້າ

0

ຂ່າວຕ່າງປະເທດລາຍງານໃນວັນທີ 26 ພຶດສະພາ ຜ່ານມາ; ກະຊວງພະລັງງານ ອິນໂດເນເຊຍ ໄດ້ເປີດເຜີຍໃນແຜນການພະລັງງານແຫ່ງຊາດສະບັບຫຼ້າສຸດວ່າ: ອິນໂດເນເຊຍ ຕັ້ງເປົ້າເພີ່ມອັດຕາສ່ວນພະລັງງານໝູນວຽນ ໂດຍຈະຫຼຸດການເພີ່ມກຳລັງການຜະລິດໄຟຟ້າຈາກອາຍແກ໊ສລົງ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ: ອິນໂດເນເຊຍວາງແຜນຈະເພີ່ມກຳລັງການຜະລິດໄຟຟ້າປະມານ 60 ກິກາວັດໃນໄລຍະ 9 ປີຕໍ່ໜ້າ, ໂດຍເກືອບ 3/4 ແມ່ນໄດ້ມາຈາກແຫຼ່ງພະລັງງານໝູນວຽນ. ສ່ວນທີ່ເຫຼືອຈະມາຈາກອາຍແກ໊ສ ແລະຖ່ານຫີນ. ປັດຈຸບັນ, ອິນໂດເນເຊຍ ອາໄສໂຮງໄຟຟ້າຖ່ານຫີນຈຳນວນຫຼວງຫຼາຍເພື່ອຕອບສະໜອງຄວາມຕ້ອງການໄຟຟ້າ. ເຮັດໃຫ້ເປັນແຫຼ່ງປ່ອຍອາຍແກ໊ສກາກບອນທີ່ໃຫຍ່ທີ່ສຸດຂອງພາກພື້ນ.

ທັງນີ້, ພະລັງງານແສງຕາເວັນຈະເປັນແຫຼ່ງພະລັງງານທີ່ມີການເພີ່ມກຳລັງການຜະລິດຫຼາຍທີ່ສຸດ ເຖິງ 17 ກິກາວັດ, ຮອງລົງມາແມ່ນພະລັງງານໄຟຟ້ານ້ຳຕົກຢູ່ທີ່ 12 ກິກາວັດ. ສ່ວນກຳລັງການຜະລິດໄຟຟ້າຈາກອາຍແກ໊ສທໍາມະຊາດຈະເພີ່ມປະມານ 10 ກິກາວັດ ຊຶ່ງຫຼຸດລົງຈາກ 15 ກິກະວັດ ທີ່ເຄີຍໄດ້ລາຍງານໃນຕົ້ນປີນີ້.

ແນວໃດກໍດີ, ອິນໂດເນເຊຍ ບໍ່ໄດ້ກ່າວເຖິງການຢຸດເຊົາການເຄື່ອນໄຫວຂອງໂຮງໄຟຟ້າຖ່ານຫີນທີ່ມີຢູ່ກ່ອນກຳນົດ ແລະ ຍັງລະບຸວ່າອິນໂດເນເຊຍມີຄວາມຕັ້ງໃຈທີ່ຈະເພີ່ມກຳລັງການຜະລິດໄຟຟ້າຖ່ານຫີນອີກ 6 ກິກາວັດ ເຂົ້າລະບົບ ໃນອີກ 9 ປີຕໍ່ໜ້າ.

ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານຂອງອິນໂດເນເຊຍໄດ້ເປີດເຜີຍໃນຖະແຫຼງການວ່າ: ພວກເຮົາຕ້ອງການຄວາມສອດຄ່ອງໃນການຫັນປ່ຽນດ້ານພະລັງງານ. ໃນຂະນະດຽວກັນ, ກໍຕ້ອງຄຳນຶງເຖິງທ່າແຮງ, ການສະໜອງພະລັງງານ ແລະ ຕົ້ນທຶນທາງເສດຖະກິດເຊັ່ນກັນ, ອິນໂດເນເຊຍຂ້ອນຂ້າງຊັກຊ້າກວ່າບາງປະເທດບ້ານໃກ້ເຮືອນຄຽງໃນການນຳໃຊ້ພະລັງງານໝູນວຽນ ຊຶ່ງປັດຈຸບັນກວມເອົາ 12% ຂອງການປະສົມພະລັງງານ ແລະ ຕັ້ງເປົ້າຈະເພີ່ມເປັນ 35% ໃນປີ 2035.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version