Home ຂ່າວຕ່າງປະເທດ ປະທານປະເທດຫວຽດນາມ ພົບປະກັບການນຳຫຼາຍປະເທດ

ປະທານປະເທດຫວຽດນາມ ພົບປະກັບການນຳຫຼາຍປະເທດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນບ່າຍວັນທີ 3 ກັນຍາ ຜ່ານມາ ຢູ່ນະຄອນຫຼວງປັກກິ່ງ ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ໂຣເບິຣດ ຟິໂກ້ນາຍົກລັດຖະມົນຕີ ສະໂລວາກີ.

ໃນການຕ້ອນຮັບ, ທ່ານ ເລືອງເກື່ອງ ສະແດງຄວາມເຄົາລົບຕໍ່ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືມິດຕະພາບຢ່າງດີງາມກັບ ສະໂລວາກີ; ທ່ານໄດ້ແບ່ງປັນບັນດາເປົ້າໝາຍການພັດທະນາຂອງ ຫວຽດນາມ, ຊົມເຊີຍ ແລະ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດທີ່ໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ.

ສ່ວນທ່ານນາຍົກລັດຖະມົນຕີສະໂລວາກີ ກໍຕີລາຄາສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ.

ການນຳ 2 ທ່ານໄດ້ເຫັນດີພັດທະນາການພົວພັນຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ; ພ້ອມກັນນັ້ນ, ກໍເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນ.

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານ ເລືອງເກື່ອງ ກໍໄດ້ພົບປະກັບການນຳປະເທດກຳປູເຈຍ, ກູບາ, ສປປ ເກົາຫຼີ, ອິນໂດເນເຊຍ, ມາເລເຊຍ, ຕີມໍແລັດສະເຕ, ມົງໂກນ, ກາຊັກສະຖານ ແລະ ອາແຊກໄບຊານ.

ໃນການພົບປະ, ທ່ານປະທານປະເທດຫວຽດນາມ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມກັບການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເຖິງການນຳ ແລະ ປະຊາຊົນບັນດາປະເທດ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ບັນດາປະເທດຈະສືບຕໍ່ຄຽງບ່າຄຽງໄຫຼ່ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນ. ການນຳບັນດາປະເທດກໍອວຍພອນ ຫວຽດນາມ ເນື່ອງໃນໂອກາດ 80 ປີແຫ່ງວັນສະຖາປະນາປະເທດ ສສ ຫວຽດນາມ; ຢືນຢັນການຖືເປັນສຳຄັນການພົວພັນມິດຕະພາບ ແລະ ນ້ຳໃຈອັນດີງາມກັບ ຫວຽດນາມ, ປາຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດກັບ ຫວຽດນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version