ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 26 ພຶດສະພານີ້ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈັດຂຶ້ນຢູ່ນະຄອນຫລວງກົວລາລຳເປີ ຂອງ ມາເລເຊຍ ໄດ້ຮັບຮອງ “ວິໄສທັດ ປະຊາຄົມ ອາຊຽນປີ 2045” ແລະ ອອກ “ຖະແຫລງການກົວລາລຳເປີ”, ເພື່ອສະໜອງ ຄຳເຫັນ ແລະ ແຜນການ ທີ່ມີລັກສະນະ ຊີ້ນຳ ໃຫ້ແກ່ ການພັດທະນາ ຂອງປະເທດສະມາຊິກ ອາຊຽນໃນ 20 ປີຕໍ່ມາ. ອາຊຽນສ້າງຕັ້ງຂຶ້ນໃນປີ 1967 ແລະ ມາເລເຊຍ ເປັນປະເທດ ປະທານ ໝູນວຽນ ປະຈຳປີ 2025 ຂອງອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ