Home ຂ່າວຕ່າງປະເທດ ສະໜັບສະໜູນປາແລັດສະຕິນ ໃຫ້ຢຸດຍິງໃນທັນທີ

ສະໜັບສະໜູນປາແລັດສະຕິນ ໃຫ້ຢຸດຍິງໃນທັນທີ

0

ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ​ສຸດຍອດສັນ​ນິ​ບາດປະເທດ​ອາ​ຣັບ ​ຄັ້ງ​ທີ 34 ທີ່​ຈັດ​ຂຶ້ນຢູ່​ນະ​ຄອນຫລວງແບກ​ແດັດ ​ປະ​ເທດ​ອີ​ຣັກ ໄດ້​ປິດ​ລົງຢ່າງ​ເປັນ​ທາງ​ການ. ສຳລັບຖະ​ແຫລງ​ການກອງ​ປະ​ຊຸມໄດ້ເນັ້ນ​ຢ້ຳ​ເຖິງ​ຖາ​ນະ​ແກນ​ກາງ​ ຂອງ​ບັນ​ຫາ ​ປາ​ແລັດ​ສະ​ຕິນ, ​ຮຽກ​ຮ້ອງໃຫ້​ບັນ​ລຸ​ການ​ຢຸດ​ຍິງ​ໃນ​ທັ​ນທີ​ຢູ່​ເຂດ​ກາ​ຊາ ແລະ ເດັດ​ດ່ຽວ​ຄັດ​ຄ້ານ “ບັງ​ຄັບການ​ຍົກ​ຍ້າຍ” ປະ​ຊາ​ຊົນ​ເຂດ​ກາ​ຊາ. ໂດຍຖະ​ແຫລງ​ການໄດ້​ສະ​ໜັບສະ​ໜູນ​ແຜນ​ການ​ສ້າງ​ສາເຂດ​ກາ​ຊາ​ຄືນ​ໃໝ່ທີ່​ສະ​ເໜີ​ໂດຍ​ປະ​ເທດອິດ​ສະ​ລາມ ແລະ ອາ​ຣັບ ໂດຍ​ເລັ່ງໃຫ້​ການ​ຊ່ວຍ​ເຫລືອ​ດ້າ​ນ​ມະ​ນຸດ​ສະ​ທຳ​ຕໍ່​ເຂດ​ກາ​ຊາ ແລະ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ ​ຊຸກ​ຍູ້​ການ​ຍຸດ​ຕິ​ການ​ປະ​ທະ​ກັນແບບນອງ​ເລືອດຢ່າງ​ຕໍ່​ເນື່ອງ​ຢູ່​ເຂດ​ກາ​ຊາ. ຖະ​ແຫລງ​ການ​ກ່າວ​ປະ​ນາມ​ຕໍ່​ອິດ​ສະ​ຣາ​ແອນ ​ໂຈມ​ຕີ​ຊີ​ຣີ ແລະ ຮຽກ​ຮ້ອງ​ໃຫ້​ສິ້ນ​ສຸດການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງອາ​ວຸດ​ຢູ່​ຊູ​ດັງ​ໂດຍ​ຜ່ານ​ແຜນ​ແກ້​ໄຂ ​ທາງ​ການ​ເມືອງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version