ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ດາວທຽມໜ່ວຍໜຶ່ງ ໃນໂຄງການ “Starlink” ທີ່ຂຶ້ນກັບບໍລິສັດເຕັກໂນໂລຊີຄົ້ນຫາອະວະກາດ ສະຫະລັດອາເມລິກາໄດ້ເກີດອຸບັດເຫດໃນອະວະກາດ, ເຮັດໃຫ້ເກີດມີເສດຊາກຈຳນວນໜຶ່ງ ແລະ ຂາດການຕິດຕໍ່ກັບພາກໜ້າດິນ. ບໍລິສັດດັ່ງກ່າວພວມຮ່ວມມືກັບກອງທັບອະວະກາດອາເມຣິກາ ແລະ ອົງການບໍລິຫານການບິນອະວະກາດແຫ່ງຊາດ ສະຫະລັດອາເມລິກາ ເພື່ອຕິດຕາມເສດຊາກຂອງດາວທຽມດັ່ງກ່າວ. ບໍລິສັດຫ້ອງທົດລອງວົງໂຄຈອນໃກ້ໜ່ວຍໂລກອົດສະຕຣາລີ ທີ່ເປັນອົງການຕິດຕາມດາວທຽມເປີດເຜີຍໃຫ້ຮູ້ວ່າ, ໄດ້ຄົ້ນພົບເສດຊາກຫລາຍສິບກ້ອນທີ່ອາດຈະແມ່ນຊາກດາວທຽມ ທີ່ເກີດອຸບັດເຫດ, ອາດຈະຄົ້ນພົບເສດຊາກຫລາຍກວ່ານີ້ອີກ. ເສດຊາກ ຂອງດາວທຽມໜ່ວຍນີ້ອາດຈະສ້າງໄພອັດຕະລາຍຕໍ່ດາວທຽມອື່ນໆ ທີ່ໝູນວຽນຕາມວົງໂຄຈອນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
