Home ຂ່າວຕ່າງປະເທດ ຊີເອັມຈີ ປະກາດສັດນຳໂຊກງານລາຕີບຸນກຸດຈີນປີມະເມຍ 2026

ຊີເອັມຈີ ປະກາດສັດນຳໂຊກງານລາຕີບຸນກຸດຈີນປີມະເມຍ 2026

0

ມ້າສວຍສົດງົດງາມ ສີ່ໂຕ ໄດ້ປາກົດຕົວ, ອອກເດີນທາງຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.ເມື່ອບໍ່ດົນມານີ້, ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໄດ້ປະກາດ ສັດນຳໂຊກຂອງງານລາຕີບຸນກຸດຈີນ ປີມະເມຍ ຫລື ປີມ້າ 2026 ມ້າທັງ 4 ໂຕມີຊື່ວ່າ “骐骐(ຊີຊີ)” “骥骥(ຈີ້ຈີ້)” “驰驰(ຊືຊື)” “骋骋(ເສີງເສີງ)”,ເປັນມ້າທີ່ໜ້າຮັກ ແລະ ມີກຳລັງວັງຊາ ແລະ ພະລັງຊີວິດຫລາຍ. ແຮງບັນດານໃຈ ໃນການອອກແບບ ສັດນຳໂຊກ ມາຈາກຮູບຊົງມ້າ ທີ່ເປັນອະມະຕະໃນປະຫວັດສາດຈີນ ສະໄໝຕ່າງໆ, ປະດັບດ້ວຍ ລວດລາຍບູຮານພັນປີ ເຊັ່ນ:ລາຍເມກທີ່ລ່ອງໄຫລ ແລະ ລາຍເມກພູຜາເປັນຕົ້ນ, ເຕັມໄປດ້ວຍຄວາມງາມ ຂອງປະຫວັດສາດທີ່ມີຊີວິດຊີວາ ແລະ ຈິດວິນຍານອັນສົດໃສ ຂອງຍຸກສະໄໝໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version