Home ຂ່າວຕ່າງປະເທດ ສປ ຈີນ-ອູແກຣນ ຈັດການເຈລະຈາດ້ານການເມືອງ

ສປ ຈີນ-ອູແກຣນ ຈັດການເຈລະຈາດ້ານການເມືອງ

0

ວິທະຍຸ-ໂທລະພາບສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ທ່ານ ລິວ​ປິ່ນ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ​ທ່ານ ເຊີ​ຮີ ​ຄິ​ສ​ລິດ​ສະ​ຢາ ຮອງ​ລັດ​ຖະ​ມົນ​ຕີຜູ້​ທີ​ໜຶ່ງ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດອູ​ແກ​ຣນ ໄດ້​ຈັດ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ ຂອງ ສປ ​ຈີນ. ທ່ານ ​ລິວ​ປິ່ນ ກ່າວ​ວ່າ: ສປ ຈີນ ແລະ​ ອູ​ແກ​ຣນ​ ເຄົາ​ລົບ​ນັບ​ຖື​ກັນ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​ການ​ຮ່ວມ​ມື, ທັງ​ໄດ້ຊຸກ​ຍູ້ໃຫ້​ການ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າງໆ ເຊັ່ນ: ​ເສດ​ຖະ​ກິດ​ກາ​ນ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ແລະ​ ອື່ນໆ ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ. ຈີນ​ຍິນ​ດີ​ຮ່ວ​ມ​ກັບ​ອູ​ແກ​ຣນ​ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ພັດ​ທະ​ນາຢ່າງ​ໝັ້ນ​ທ່ຽງ ແລະ ​ຍາວ​ນານ.

ທ່ານ ທ່ານ ເຊີ​ຮີ ​ຄິ​ສ​ລິດ​ສະ​ຢາ ກ່າ​ວ​ວ່າ: ອູ​ແກ​ຣນ​ ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ສາຍ​​ພົວພັນ​ກັບຈີນ, ປະ​ຕິ​ບັດ​ຕາມຫລັກ​ການ​ ປະ​ເທດ​ຈີນ​ດຽວ, ຍິນ​ດີ​ຊຸກ​ຍູ້​ໃຫ້​ການ​ແລ​ກ​ປ່ຽນ ແລະ ​ການ​ຮ່ວມ​ມືລະ​ຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ຕ່າງໆ​ ໃຫ້​ກ້າວ​ເຂົ້າ​ສູ່ລວງ​ເລິກ​ຕື່ມ​ອີກ​ເພື່ອຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ອູ​ແກ​ຣນ- ສປ ຈີນ ໄດ້ຮັບການ​ພັດ​ທະ​ນາ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version