ວິທະຍຸສາກົນແຫ່ງ ສປ ຈີນ, ກອງປະຊຸມສຸດຍອດສັນນິບາດປະເທດອາຣັບ ຄັ້ງທີ 34 ທີ່ຈັດຂຶ້ນຢູ່ນະຄອນຫລວງແບກແດັດ ປະເທດອີຣັກ ໄດ້ປິດລົງຢ່າງເປັນທາງການ. ສຳລັບຖະແຫລງການກອງປະຊຸມໄດ້ເນັ້ນຢ້ຳເຖິງຖານະແກນກາງ ຂອງບັນຫາ ປາແລັດສະຕິນ, ຮຽກຮ້ອງໃຫ້ບັນລຸການຢຸດຍິງໃນທັນທີຢູ່ເຂດກາຊາ ແລະ ເດັດດ່ຽວຄັດຄ້ານ “ບັງຄັບການຍົກຍ້າຍ” ປະຊາຊົນເຂດກາຊາ. ໂດຍຖະແຫລງການໄດ້ສະໜັບສະໜູນແຜນການສ້າງສາເຂດກາຊາຄືນໃໝ່ທີ່ສະເໜີໂດຍປະເທດອິດສະລາມ ແລະ ອາຣັບ ໂດຍເລັ່ງໃຫ້ການຊ່ວຍເຫລືອດ້ານມະນຸດສະທຳຕໍ່ເຂດກາຊາ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກ ຊຸກຍູ້ການຍຸດຕິການປະທະກັນແບບນອງເລືອດຢ່າງຕໍ່ເນື່ອງຢູ່ເຂດກາຊາ. ຖະແຫລງການກ່າວປະນາມຕໍ່ອິດສະຣາແອນ ໂຈມຕີຊີຣີ ແລະ ຮຽກຮ້ອງໃຫ້ສິ້ນສຸດການປະທະກັນດ້ວຍກຳລັງອາວຸດຢູ່ຊູດັງໂດຍຜ່ານແຜນແກ້ໄຂ ທາງການເມືອງ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ