Home ແຈ້ງການສໍາຄັນ ພະຍາກອນອາກາດ ວັນທີ 20 ພຶດສະພາ 2025

ພະຍາກອນອາກາດ ວັນທີ 20 ພຶດສະພາ 2025

0

ຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງຈະສືບຕໍ່ປົກຄຸມຢູ່ທົົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ, ຊຶຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນຢູ່ທົົ່ວໄປໃນຕອນບ່າຍ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 20/05/2025 ຫາ ເວລາ 07 ໂມງ ຂອງວັນທີ 21/05/2025

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 35% ຂອງພາກ. ອຸນຫະພູມໃນລະຫວ່າງ 17-32 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 21-35 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບລິເວນ ແລະ ມີລົມພັດ

ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40%. ອຸນຫະພູມໃນລະຫວ່າງ 25-36 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ. ອຸນຫະພູມ ໃນລະຫວ່າງ 24-36 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30%. ອຸນຫະພູມ ໃນລະຫວ່າງ 19-32 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 25-36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 35%. ອຸນຫະພູມ ໃນລະຫວ່າງ 15-28 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version