Home ຂ່າວພາຍໃນ ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

0

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ໂດຍມີທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນ ຕີກະຊວງການເງິນ ຫົວໜ້າຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM), ທ່ານ ອາເມີ ກາຣີ (Amr Qari) ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິວັດ ສຸວັນນະຈຸມຄຳ ກ່າວວ່າ: ໂຄງການ (Domestic Resource MobilasationModernisation) ຫຼື ເອີ້ນວ່າ “DRMM” ເປັນໂຄງການຍຸດທະສາດໜຶ່ງຂອງລັດຖະບານ ຊຶ່ງມີ ເປົ້າໝາຍສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍການຍົກລະດັບວຽກງານສ່ວຍສາອາກອນໃນກົນ ໄກການຈັດເກັບລາຍຮັບໃຫ້ເປັນທັນສະໄໝ ແລະ ຮັບປະກັນປະສິດທິຜົນໄດ້ດີຂຶ້ນ. ພ້ອມນີ້, ກໍໄດ້ກ່າວສະ ແດງຄວາມຂອບໃຈຕໍ່ ADB ສໍາລັບການຮ່ວມມື ແລະ ຄວາມມຸ່ງໝັ້ນໃນການປະກອບ ສ່ວນຊ່ວຍສະໜັບສະໜູນ ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງລັດຖະບານລາວ, ໂດຍສະເພາະແມ່ນການສະໜັບ ສະໜູນດ້ານທຶນກູ້ຢືມໃນມູນຄ່າທັງໝົດ 25 ລ້ານໂດລາ ແລະ ຊ່ວຍເຫຼືອ 2 ລ້ານໂດລາ ເຂົ້າໃສ່ການພັດ ທະນາ ດ້ານຂໍ້ມູນຂ່າວສານ-ເຕັກໂນໂລຊີຂອງຂະແໜງການຈັດເກັບລາຍຮັບຂອງລາວເຮົາໃຫ້ມີຄວາມເຂັ້ມແຂງ ແລະ ທັນສະ ໄໝ ຊຶ່ງສອດຄ່ອງກັບແຜນຍຸດທະສາດແຫ່ງຊາດຂອງລັດຖະບານໃນການເພີ່ມລາຍຮັບພາຍໃນປະເທດ, ຫຼຸດຜ່ອນໜີ້ ສິນສາທາລະນະ, ຮັບປະກັນການສະໜອງງົບປະມານໃນການບໍລິການສາທາລະນະຢ່າງຍືນຍົງ ແລະ ກຸ້ມຕົນເອງ.

ທ່ານ ສຸລິວັດ ສຸວັນນະຈຸມຄຳ ກ່າວຕື່ມວ່າ: ໃນໄລຍະທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ມີການຂະ ຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ຊຶ່ງສົ່ງຜົນເຖິງການປ່ຽນແປງໂຄງສ້າງທີ່ສໍາຄັນຂອງເສດຖະກິດແຫ່ງຊາດ. ໃນໄລຍະ 3-4 ປີທີ່ຜ່ານມາ, ລັດຖະບານສາມາດຈັດເກັບລາຍຮັບໄດ້ຕາມແຜນ ແລະ ລື່ນແຜນການ; ແຕ່ເຖິງ ວ່າຈະບັນລຸໄດ້ດ້ານຕັ້ງໜ້າຄືດັ່ງກ່າວກໍຍັງປະເຊີນກັບສິ່ງທ້າທາຍຫຼາຍດ້ານໂດຍສະເພາະບັນດາເງື່ອນໄຂທີ່ ຈະປະກອບ ສ່ວນໃຫ້ການສ້າງຄວາມໝັ້ນຄົງດ້ານເສດຖະກິດ, ການສ້າງຄວາມເຂັ້ມແຂງທາງດ້ານລາຍຮັບ ແລະ ການຄຸ້ມຄອງ ໜີ້ສິນສາທາລະນະຢ່າງມີປະສິດທິຜົນ. ເພື່ອກ້າວຂ້າມບັນດາສິ່ງທ້າທາຍຕ່າງໆດັ່ງກ່າວ ແລະ ສ້າງຄວາມເຂັ້ມແຂງທີ່ຍືນ ຍົງແມ່ນຈໍາເປັນທີ່ສຸດທີ່ຈະຕ້ອງໄດ້ມີກົນໄກການຄຸ້ມຄອງຊັບພະຍາກອນພາຍໃນປະເທດທີ່ມີປະສິດທິຜົນເພື່ອຫຼຸດຜ່ອນການເພິ່ງພາອາໄສແຫ່ງທຶນຈາກພາຍນອກ. ໂຄງການ DRMM ແມ່ນນອນຢູ່ໃນແຜນຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ADB ສໍາລັບປີ 2024-2028; ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ແລະ ແຜນພັດທະນາຍຸດທະສາດສ່ວຍສາອາກອນ (2021-2025) ຊຶ່ງຈະເປັນໂຄງການທີ່ຊ່ວຍໃຫ້ລັດຖະບານພັດທະນາ ກົນໄກການຄຸ້ມຄອງການຈັດເກັບລາຍຮັບທີ່ມີປະສິດທິຜົນ ເພື່ອເປັນເຄື່ອງມືທີ່ມີປະສິດທິພາບໃນການຂຸດຄົ້ນ ແລະ ຄຸ້ມຄອງຊັບພະຍາກອນພາຍໃນປະເທດທີ່ເປັນທ່າແຮງໄດ້ຢ່າງຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍເຮັດ ໃຫ້ລາຍຮັບຂອງລັດຖະບານເພີ່ມຂຶ້ນ ສາມາດແກ້ໄຂບັນຫາຄວາມບອບບາງທາງເສດຖະກິດມະຫາພາກ ໂດຍຜ່ານບັນ ດາໜ້າວຽກຄື: ການຫັນເປັນທັນສະໄໝ (ເປັນລະບົບດີຈີຕອນ) ໃນຂອດການບໍລິການຜູ້ເສຍອາກອນ, ການພັດທະນາ ລະບົບໃບເກັບເງິນແບບທັນສະໄໝ (E-invoicing), ການປັບປຸງລະບົບການວິເຄາະຂໍ້ມູນ ແລະ ການພັດທະນາສູນ ຝຶກອົບຮົມດ້ານວຽກງານສ່ວຍສາອາກອນ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາໂຄງການ, ໜ່ວຍງານບໍລິຫານ ແລະ ໜ່ວຍງານ ການຈັດຕັັ້ງປະຕິບັດໂຄງການ; ພ້ອມທັງສະເໜີຄວາມເປັນມາຂອງໂຄງການດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version