ໂດຍປະຕິບັດຕາມບົດທຶກການພົບປະ ລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ ຄັ້ງວັນທີ 25 ພະຈິກ 2024 ທີ່ໄດ້ເຫັນດີໃຫ້ກອງທັບປະຊາຊົນລາວ ເປັນເຈົ້າພາບຈັດກອງປະຊຸມພົບປະ 3 ລັດຖະມົນຕີ ແລະ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ປະຈໍາປີ 2025 ແລະ ເພື່ອເປັນການແລກປ່ຽນບົດຮຽນຍົກລະດັບຄວາມສາມາດ, ທັງເປັນການເຝິກຊ້ອມພະນັກງານ-ນັກຮົບ 3 ກອງທັບ ໃຫ້ມີຄວາມທົນທານ, ມີພິບໄຫວໃນເວລາເຄື່ອນໄຫວປະຕິບັດໜ້າທີ່ຊອກຄົ້ນ ແລະ ກອບກູ້ຊ່ວຍເຫຼືອ ເມື່ອມີສະພາບໄພພິບັດເກີດຂຶ້ນ ໃນສະເພາະໜ້າ ແລະ ອະນາຄົດ ດ້ວຍການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າປະຕິບັດໜ້າທີ່ ຂອງແຕ່ລະກອງທັບໃຫ້ມີຄວາມຄ່ອງແຄ່ວ, ຊໍານິຊໍານານ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.

ໃນໂອກາດອັນມີຄວາມໝາຍ ຄວາມສໍາຄັນ ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ມີຄວາມສໍາຄັນຫຼາຍ ໃນເງື່ອນໄຂສະພາບການ ຂອງໂລກ ແລະ ພາກພື້ນ ພວມຜັນແປຢ່າງສະຫຼັບຊັບຊ້ອນ ຫຍຸ້ງຍາກສັບສົນຍາກທີ່ຈະຄາດເດົາໄດ້. ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງ ຂອງດິນຟ້າອາກາດ ໄດ້ສ້າງຄວາມທ້າທາຍໃຫຍ່ ເປັນຕົ້ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ, ລົມພາຍຸພັດ, ການລະບາດ ຂອງພະຍາດອື່ນໆ ຖືວ່າຍັງເປັນບັນຫາ ທີ່ຍັງສືບຕໍ່ເກີດຂຶ້ນຖີ່ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ ແລະ ການດໍາລົງຊີວິດຂອງຜູ້ຄົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເປັນການບັ່ນທອນ ແລະ ຖ່ວງດຶງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນໂລກ ລວມທັງ 3 ຊາດ ກຳປູເຈຍ-ລາວ-ຫວຽດນາມ.
ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູເຈຍ-ລາວ-ຫວຽດນາມ ໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນໃນການເສີມສ້າງສາຍພົວພັນຮ່ວມມື ຂອງ 3 ຊາດ, 3 ກອງທັບ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆ ຂຶ້ນ. ພ້ອມດຽວກັນນີ້, ຍັງເປັນການຍົກສູງຄວາມຮູ້ ຄວາມສາມາດໃນການກອບກູ້ຜູ້ປະສົບໄພຂອງກໍາລັງທະຫານ 3 ກອງທັບ ໂດຍແນໃສ່ຍົກລະດັບໃຫ້ແກ່ຜູ້ບັນຊາ ຮູ້ຈັກຊີ້ນໍາໃນການກອບກູ້ຊ່ວຍເຫຼືອຜູ້ປະສົບໄພໃນສະພາບພູມີປະເທດ ແລະ ດິນຟ້າອາກາດທີ່ມີການປ່ຽນແປງ ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານ ຮູ້ຈັກການນໍາໃຊ້ພາຫະນະ ແລະ ເຕັກນິກ ເຂົ້າໃນການປະຕິບັດໜ້າທີ່ກອບກູ້-ຊ່ວຍເຫຼືອຜູ້ປະສົບໄພໄດ້ຢ່າງຊຳນິຊຳນານ. ການເຝິກຊ້ອມຄັ້ງນີ້ ເປັນຄັ້ງທີ 4 ຂອງການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ແລະ ເປັນຄັ້ງທີ 2 ທີ່ ກອງທັບປະຊາຊົນລາວ ຮັບກຽດເປັນເຈົ້າພາບ. ຈາກການເຝິກຮ່ວມໃນຄັ້ງທີ່ຜ່ານມາ ແລະ ຄັ້ງນີ້ ຈະຖອດຖອນບົດຮຽນອັນດີ ລະຫວ່າງ 3 ກອງທັບ, ນີ້ແມ່ນບົດຮຽນຕົວຈິງ ຂອງການຊອກຄົ້ນກູ້ໄພ ຫຼື ການຮັບມືໄພພິບັດ ຂອງ 3 ກອງທັບ ຈະຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ດັ່ງນັ້ນ, ຮຽກຮ້ອງມາຍັງບັນດານາຍ ແລະ ພົນທະຫານ 3 ກອງທັບ ຈົ່ງພ້ອມກັນຍົກສູງນໍ້າໃຈຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ໄດ້ມອບໝາຍໃຫ້, ປະຕິບັດຂໍ້ກຳນົດ, ລະບຽບການເຄື່ອນໄຫວ ຂອງພາກສະໜາມຢ່າງເຂັ້ມງວດ, ທີ່ສໍາຄັນຮັກສາໄດ້ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນໃຫ້ໄດ້ເປັນຢ່າງດີ ແລະ ຮັບປະກັນໃຫ້ມີຄວາມສະຫງົບ ປອດໄພຮອບດ້ານ.
ໂອກາດນີ້, ຂໍອວຍພອນໄຊສາຍພົວພັນມິດຕະພາບ ລະຫວ່າງ 3 ຊາດ, 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ຈົ່ງໝັ້ນຍືນ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ, ອວຍພອນໄຊແດ່ຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ຄະນະຮັບຜິດຊອບແຕ່ລະດ້ານ ຕະຫຼອດຮອດນັກເຝິກຊ້ອມທຸກພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ການງານ ເຮັດໃຫ້ການເຝິກຊ້ອມໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ຕາມແຜນທີ່ວາງໄວ້.
ໂດຍ: ສຸເວດ ສີດາຄຳ