Home ທຸລະກິດ ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

0

ພັກ-ລັດເຮົາ ໄດ້ເອົາໃຈໃສ່ຍູ້ແຮງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ເພື່ອໃຫ້ປະຊາຊົນລາວຜູ້ທີ່ມີເງື່ອນໄຂໃນການເຮັດກະສິກຳ ໄດ້ມີຢູ່ມີກິນ ບໍ່ມີໄພອິດຫີວ ແລະ ແກ້ໄຂຄວາມທຸກຍາກຄອບຄົວ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ກໍແມ່ນການຫັນການເຮັດກະສິກຳ ເຂົ້າສູ່ການເຮັດເສດຖະກິດກະສິກຳ ປູກຝັງ-ລ້ຽງສັດ ເພື່ອຂາຍ ສູ່ການເຮັດເປັນທຸລະກິດຄອບຄົວ ແລະ ພັດທະນາສູ່ການປູກຝັງ-ລ້ຽງສັດ ໃນຮູບແບບຟາມ ຊຶ່ງພັກ-ລັດເຮົາ ກໍໄດ້ຊຸກຍູ້ໂດຍສ້າງເງື່ອນໄຂໃຫ້ການເຮັດກະສິກຳໄດ້ພັດທະນາ ເປັນຕົ້ນຄືຜ່ານການຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກຕ່າງໆທັງເຊື່ອມສານວຽກງານນີ້ໃຫ້ລົງສູ່ທ້ອງຖິ່ນ.

ການຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກຕ່າງໆ ເປັນວຽກງານສຳຄັນໃນການພັດທະນາກະສິກຳ ກ້າວສູ່ເສດຖະກິດກະສິກຳ ກໍຄືການຜະລິດເປັນສິນຄ້າ ຊຶ່ງໃນກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ທີ່ຈັດຂຶ້ນເມື່ອທ້າຍເດືອນມັງກອນຜ່ານມາ ໄດ້ໃຫ້ຮູ້ວ່າ: ໃນປີຜ່ານມາ, ການຄົ້ນຄວ້າເສດຖະກິດກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ກໍໄດ້ມີການເຊື່ອມສານວຽກງານຄົ້ນຄວ້າເສດຖະກິດກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ລົງສູ່ທ້ອງຖິ່ນ ໂດຍໄດ້ນໍາເອົາບັນດາແນວພັນ ແລະ ເຕັກນິກໃໝ່ທີ່ໄດ້ຈາກການຄົ້ນຄວ້າ ເພື່ອນໍາໃຊ້ໃນການຜະລິດການຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຕາມແນວທາງນະໂຍບາຍ ອັນພົ້ນເດັ່ນ ແມ່ນໄດ້ນໍາເອົາແນວພັນເຂົ້າລຸ້ນ 2 ທີ່ປັບປຸງໃໝ່ໄປມອບໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ ໃນ 5 ແຂວງ ຄື: ແຂວງຫຼວງນໍ້າທາ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ; ພ້ອມນີ້ ກໍມອບໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ສະຫວັນນະເຂດ ແລະ ຈໍາປາສັກ ເພື່ອສືບຕໍ່ແຈກຢາຍໃຫ້ຊາວກະສິກອນ ຈໍານວນ 50 ໂຕນ ຊຶ່ງສາມາດປູກໄດ້ໃນພື້ນທີ່ 833 ເຮັກຕາ ຈະສາມາດຜະລິດເປັນແນວພັນເຂົ້າລຸ້ນ 3 ໄດ້ຈໍານວນ 2,500 ໂຕນ ຊຶ່ງສາມາດປູກເປັນເຂົ້າບໍລິໂພກ ໃນເນື້ອທີ່ 41,666 ເຮັກຕາ ຈະໄດ້ເຂົ້າເປືອກຈໍານວນ 125,000 ໂຕນ.

ນອກຈາກນີ້, ກໍໄດ້ສະໜອງແນວພັນໄກ່ລາຍໜອງແຕ່ງ ໃຫ້ຊາວກະສິກອນ 2,700 ຄອບຄົວ, ແນວພັນປາ 120 ຄອບຄົວ; ໄດ້ຊຸກຍູ້ສົ່ງເສີມປະຊາຊົນມາປູກຝັງ ແລະ ລ້ຽງສັດ ເພື່ອທົດແທນການປູກຝິ່ນ ຢູ່ແຂວງຜົ້ງສາລີ ແລະ ຫົວພັນ; ສະໜອງພໍ່ພັນງົວ ໃຫ້ຊາວກະສິກອນ 23 ບ້ານ 5 ເມືອງ ໃນແຂວງຊຽງຂວາງ ແລະ ຫົວພັນ; ໄດ້ນໍາເອົາແນວພັນໝາກໄມ້ເມືອງໜາວ (ໝາກມະຄາເດເມຍ) ລົງຊຸກຍູ້ການຜະລິດ ໃນເຂດພູພຽງບໍລິເວນ 1,320 ເບ້ຍ ມີ 4 ກຸ່ມບ້ານ; ໄດ້ຜັນຂະຫຍາຍເຕັກນິກເຮືອນຮົ່ມລົງສູ່ການຜະລິດຂອງຊາວກະສິກອນໃນເຂດຊົນນະບົດ ຈໍານວນ 456 ຫຼັງ ໃນ 14 ບ້ານ ໃນ 4 ແຂວງ ຊຶ່ງສາມາດຜະລິດພືດຜັກອອກສູ່ຕະຫຼາດໄດ້ ສະເລ່ຍ 1,137 ໂຕນ/ປີ.

ຂ້າງເທິງນັ້ນ, ແມ່ນບາງຜົນງານທີ່ພາຍຫຼັງຄົ້ນຄວ້າ ກໍໄດ້ສະໜອງແນວພັນ ແລະ ເຕັກນິກ ລົງສູ່ທ້ອງຖິ່ນ ເພື່ອປະກອບສ່ວນໃນການພັດທະນາກະສິກຳ ຍູ້ແຮງການພັດຊົນນະບົດໃໝ່ ແລະ ແກ້ໄຂຄວາມທຸກຍາກ ຊຶ່ງປັດຈຸບັນສິນຄ້າກະສິກຳຂອງ ສປປ ລາວ ໄດ້ວາງຂາຍພາຍໃນຢ່າງພຽງພໍ ແລະ ສົ່ງອອກໄປຫຼາຍປະເທດ ໂດຍສະເພາະແມ່ນ ສປ ຈີນ; ສະນັ້ນ, ຈະເຫັນວ່າ ການພັດທະນາກະສິກຳ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນສ່ວນສຳຄັນເພື່ອໃຫ້ປະຊາຊົນຂອງເຮົາຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນເອງໄດ້ນັ້ນ ເຮົາກໍຈະຕ້ອງເຮັດ “ເສດຖະກິດກະສິກຳ” ຊຶ່ງການຄົ້ນຄວ້າ ແລະ ສະໜອງແນວພັນ ລວມທັງເຕັກນິກວິທີການຕ່າງໆ ກໍຖືເປັນສິ່ງສຳຄັນ ຕໍ່ກັບວຽກງານດັ່ງກ່າວ.

(ພາບປະກອບໂຫຼດຈາກອອນລາຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version