Home ຂ່າວພາຍໃນ ລັດຖະມົນຕີ ເຄື່ອນໄຫວຕິດຕາມສະພາບນໍ້າຢູ່ເຂື່ອນໄຟຟ້ານ້ຳລີກ 1-2 ແລະ ເຂື່ອນນໍ້າງື່ມ 1

ລັດຖະມົນຕີ ເຄື່ອນໄຫວຕິດຕາມສະພາບນໍ້າຢູ່ເຂື່ອນໄຟຟ້ານ້ຳລີກ 1-2 ແລະ ເຂື່ອນນໍ້າງື່ມ 1

0

ວັນທີ 5 ຕຸລາ 2025 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ ພ້ອມດ້ວຍພກາສ່ວນກ່ຽວຂ້ອງຫຼາຍພາກສ່ວນ ຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1.

ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ເຂດລຸ່ມເຂື່ອນ ເປັນແມ່ນ:

1. ສືບຕໍ່ປັບປຸງ ແລະ ເຜີຍແຜ່ແຜນຮັບມືສຸກເສີນ “EAP” ໃຫ້ສອດຄ່ອງ-ຄົບຖ້ວນ ແລະ ນໍາໃຊ້ໄດ້ໃນເວລາເກີດເຫດ ຕາມທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ບົດແນະນຳ ວ່າດ້ວຍຄວາມປອດໄພຂອງເຂື່ອນ-ພາກແຜນຮັບມືສຸກເສີນ, ກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ ແລະ ກົດໝາຍ-ລະບຽບການທີ່ກ່ຽວຂ້ອງຂອງພາກລັດທີ່ມີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດນໍາໃຊ້ໄດ້.

2. ໃຫ້ ບໍລິສັດ ສືບຕໍ່ເພີ່ມຄວາມເອົາໃຈໃສ່ປັບປຸງແກ້ໄຂກົນໄກຂອດການປະສານງານ ກັບພາກສ່ວນກ່ຽວຂ້ອງເປັນປະຈຳ, ວິທີການແຈ້ງເຕືອນ, ເຄື່ອງມືທີ່ນໍາໃຊ້ເຂົ້າໃນການແຈ້ງເຕືອນ, ການກຳນົດພື້ນທີ່ປອດໄພ, ເສັ້ນທາງອົບພະຍົບ, ຕິດຕັ້ງແຜນທີ່ສະແດງນ້ຳຖ້ວມ, ກຸ່ມບ້ານທີ່ມີຄວາມສ່ຽງຈະຖືກນໍ້າຖ້ວມ (ກໍລະນີນໍ້ານອງ ຫລື ເຂື່ອນແຕກ), ມີການເຜີຍແຜ່ ແລະ ຝຶກຊ້ອມເປັນປະຈຳລະຫວ່າງໂຄງການ, ການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນ ແລະ ໜ້າເຂື່ອນ ໃຫ້ມີຄວາມເຂົ້າໃຈແຈ້ງ, ກຽມຄວາມພ້ອມຮັບມື ແລະ ຮູ້ຈັດຕັ້ງປະຕິບັດ ຖ້າມີເຫດການໃດໜຶ່ງເກີດຂຶ້ນ

3. ໃນກໍລະນີຫາກຕ້ອງການປ່ອຍນໍ້າ ຫລື ມີຄວາມຈຳເປັນຕ້ອງຫລຸດລະດັບນ້ຳໃນອ່າງ ຫລື ມີເຫດການທີ່ຮ້າຍແຮງຕໍ່ກັບຄວາມໜັ້ນຄົງຂອງເຂື່ອນ, ເຈົ້າຂອງເຂື່ອນ ຕ້ອງລາຍງານໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຊາບລ່ວງໜ້າ (ຕາມທີ່ກໍານົດໄວ້ໃນມາດຕາ 40 ແລະ ມາດຕາອື່ນທີ່ກ່ຽວຂ້ອງ ຂອງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ) ພ້ອມທັງປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນໃຫ້ທັນຕາມເວລາ.

4. ເນື່ອງຈາກ ສະພາບດິນຟ້າອາກາດມີການປ່ຽນແປງ ແລະ ພາກລັດ ໄດ້ໃຫ້ຄວາມສໍາຄັນ ຕໍ່ ວຽກງານຄວາມປອດໄພຂອງເຂື່ອນ. ຕໍ່ກັບບັນຫາດັ່ງກ່າວ, ໃຫ້ ບໍລິສັດ ເພີ່ມການກວດສອບລະບົບຕິດຕາມເຂື່ອນ, ກົນໄກລະບົບເມການີກ-ໄຟຟ້າ ຂອງອຸປະກອນຕ່າງໆຂອງເຂື່ອນ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫລອດເວລາ.

5. ສືບຕໍ່ ເຝົ້າລະວັງ ປະເມີນ-ຄິດໄລ່ປະລິມານຝົນ ແລະ ປະລິມານນໍ້າໄຫລເຂົ້າອ່າງ ໃນການເຂົ້າມາຂອງພາຍຸຝົນແຕ່ລະຄັ້ງ ເພື່ອເປັນບ່ອນອີງໃນການແຈ້ງເຕືອນໃຫ້ປະຊາຊົນຮັບຊາບລ່ວງໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version