Home ຂ່າວພາຍໃນ ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

0

ວັນທີ 4 ຕຸລາ 2025 ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສາທາລະນະລັດສັງຄົມນິຍົມຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ. ຊຶ່ງພິທີໄດ້ຈັດຂຶ້ນທີ່ສາງນໍ້າມັນນາທອງ ເມືອງຊໍາເໜືອ ແຂວງຫົວພັນ ໂດຍມີທ່ານ ປອ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ບຸນຍົກ ບຸດສະວົງ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າມັນເຊື້ອໄຟລາວ ມີຫົວໜ້າ ແລະ ຮອງຫົວໜ້າພະແນກການ ແລະ ຫ້ອງການທີ່ກ່ຽວຂ້ອງ, ຄະນະກໍາມະການຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟຂັ້ນແຂວງ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນການນໍາເຂົ້າຄັ້ງນີ້ ຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແມ່ນໄດ້ນໍາເຂົ້ານໍ້າມັນກາຊວນມາດຕະຖານຄຸນນະພາບ ຢູໂຣ 5 ຈໍານວນ 2,600 ກວ່າໂຕນ ຫຼື ປະມານ 3.2 ລ້ານລິດ. ນໍ້າມັນດັ່ງກ່າວຖືກຂົນສົ່ງຜ່ານທາງເຮືອກໍາປັ່ນມາຂຶ້ນທີ່ທ່າເຮືອຫງີເຊີນ ແລະ ບັນຈຸຊົ່ວຄາວທີ່ສາງນໍ້າມັນແອັງຟາດ ແຂວງແທັງຮວ່າ ເປັນການຊົ່ວຄາວ ສຳລັບການຂົນສົ່ງນໍ້າມັນຈາກສາງບັນຈຸຊົ່ວຄາວເຂົ້າສູ່ ສປປ ລາວ ໄດ້ແບ່ງອອກເປັນ 2 ເສັ້ນທາງຄື: ເສັ້ນທາງແຂວງຊຽງຂວາງ ຂົນສົ່ງຜ່ານດ່ານສາກົນນໍ້າກັ່ນ ແລະ ເສັ້ນທາງແຂວງຫົວພັນ ຂົນສົ່ງຜ່ານດ່ານສາກົນນໍ້າໂສຍ ແລະ ບັນຈຸຢ່າງຖາວອນທີ່ສາງນໍ້າມັນບ້ານນາທອງ ເມືອງຊໍາເໜືອ. ໂຄງການນໍາເຂົ້ານໍ້າມັນເສັ້ນທາງໃໝ່ນີ້ ມີຈຸດປະສົງເພື່ອຮອງຮັບການພັດທະນາເສດຖະກິດ, ຕອບສະໜອງຄວາມຕ້ອງການດ້ານພະລັງງານຂອງພາກອຸດສາຫະກໍາ ແລະ ໂຄງລ່າງພື້ນຖານທີ່ກໍາລັງຂະຫຍາຍຕົວ; ສ້າງຄວາມໝັ້ນຄົງດ້ານພະລັງງານ ເພີ່ມທາງເລືອກໃນການນໍາເຂົ້ານໍ້າມັນເຊື້ອໄຟທີ່ມີຄຸນນະພາບ; ຕອບສະໜອງຄວາມຕ້ອງການປະຊາຊົນ ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍແກ່ປະຊາຊົນໃນພາກເໜືອ; ເສີມສ້າງການຮ່ວມມື ລາວ-ຫວຽດ ສະແດງເຖິງຄວາມສໍາພັນອັນດີງາມລະຫວ່າງສອງປະເທດ ໂດຍສະເພາະແຂວງຫົວພັນ ແລະ ແຂວງແທັງຮວ່າໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ງອກງາມຍິ່ງຂຶ້ນ.

ການນໍາເຂົ້ານໍ້າມັນຜ່ານເສັ້ນທາງສາຍນີ້ ໄດ້ຜ່ານການກະກຽມມາຢ່າງລະອຽດ ໂດຍລັດວິສາຫະກິດນໍ້າມັນເຊື້ອໄຟລາວໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງດໍາເນີນການຄົ້ນຄ້ວາ ແລະ ສໍາຫຼວດແຫຼ່ງພະລັງງານນໍ້າມັນເຊື້ອໄຟທີ່ມີຄຸນນະພາບ ເພື່ອຮັບປະກັນການຕອບສະໜອງທີ່ມີປະສິດທິພາບສູງສຸດ. ຖືເປັນບາດກ້າວສໍາຄັນໃນການສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ປະເທດ ແລະ ເສີມສ້າງຄວາມເຂັ້ມແຂງຂອງຄວາມສໍາພັນມິດຕະພາບລະຫວ່າງລາວ-ຫວຽດໃຫ້ທະນົງແກ່ນຍິ່ງຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version