Home ຂ່າວໜ້າໜຶ່ງ ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນຫຼັງໃໝ່

ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນຫຼັງໃໝ່

0

ວັນທີ 15 ພຶດສະພາ 2025 ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນຫຼັງໃໝ່ ຈັດຂຶ້ນຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງແຂວງຄໍາມ່ວນ ແລະ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຖາງ ຈິນປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຖາງ ຈິນປິງ ໃຫ້ຮູ້ວ່າ: ໂຮງໝໍແຫ່ງນີ້ຕັ້ງຢູ່ເມືອງທ່າແຂກໃນພື້ນທີ່ 20.000 ຕາແມັດ, ເງິນລົງທຶນ 9 ລ້ານໂດລາ ເປັນໂຮງໝໍ 100 ຕຽງ, ມີພະນັກງານທັງໝົດ 102 ຄົນ ໃນນັ້ນພະນັກງານຈີນ 16 ຄົນ, ພະນັກງານລາວ 86 ຄົນ, ປະກອບມີພະແນກພາຍໃນ, ພະແນກພາຍນອກ, ພະແນກກະດູກ, ພະແນກຫູຕາດັງຄໍ, ພະແນກປິ່ນປົວພະຍາດຜິວໜັງ,ພະແນກປະສູດ ແລະ ພະຍາດຍິງ, ພະແນກວິເຄາະ, ພະແນກລັງສີວິທະຍາ, ພະແນກການແພດເລືອດວິທະຍາ, ພະແນກພື້ນເມືອງຈີນ ແລະ ພະແນກອື່ນໆ.

ດຣ ບຸນແຝງ ພູມມະໄລສິດ ມີຄຳເຫັນວ່າ: ການບໍລິການທາງການແພດທີ່ດີມີຄຸນນະພາບແມ່ນຄວາມຮຽກຮອ້ງຕ້ອງການຂອງສັງຄົມ ແລະ ປະຊາຊົນບັນດາເຜົ່າ. ກະຊວງສາທາລະນະສຸກຍາມໃດກໍພັດທະນາ ປັບປຸງຄຸນນະພາບ ແລະ ການບໍລິການເປັນໃຈກາງຂອງລະບົບສາທາລະນະສຸກ, ໂດຍນໍາໃຊ້ຊັບພະຍາກອນທີ່ມີຈໍາກັດ.

ໂຮງໝໍແຫ່ງນີ້ແມ່ນກໍ່ສ້າງຈັດສັນອອກແບບໄດ້ມາດຕະຖານດີສົມຄວນດ້ານອາຄານສະຖານທີ່ ສິ່ງອໍານວຍຄວາມສະດວກ ອຸປະກອນການແພດ, ລະບົບບໍລິຫານ ແລະ ວິຊາການມີປະສົບການຫຼາຍປີ, ພາຍຫຼັງທີ່ເປີດນໍາໃຊ້ແລ້ວ ຈະຊ່ວຍຍົກສູງຄຸນນະພາບຊີວິດຂອງປະຊາຊົນແຂວງຄໍາມ່ວນກໍຄືແຂວງອ້ອມຂ້າງ ແລະ ຊາວຕ່າງປະເທດທີ່ມາລົງທຶນພາຍໃນພາກກາງແລະພາກໃຕ້ຂອງລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version