Home ຂ່າວຕ່າງປະເທດ ສສ ຫວຽດນາມ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ສ.ອາເມລິກາ

ສສ ຫວຽດນາມ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງດ້ານການຄ້າກັບ ສ.ອາເມລິກາ

0

ວິທະຍຸກະຈາຍສຽງຫວຽດນາມ ວັນທີ 7 ພຶດສະພາ, ຢູ່ນະຄອນຫລວງຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫົວໜ້າຄະນະເຈລະຈາ ລັດຖະບານ ຫວຽດນາມ ກ່ຽວກັບ ບັນດາບັນຫາ ການຄ້າ ກັບ ສ.ອາເມລິກາ, ໄດ້ເຮັດວຽກກັບ ບັນດາກຸ່ມບໍລິສັດ, ກຸ່ມບໍລິສັດໃຫຍ່ ກ່ຽວກັບ ການຊຸກຍູ້ ການປະຕິບັດ ບັນດາຂໍ້ຕົກລົງ ດ້ານການຄ້າກັບ ສ.ອາເມລິກາ.ໃນກອງປະຊຸມຄັ້ງນີ້, ທ່ານ ຫງວຽນຮົ່ງຢຽນ ໄດ້ກ່າວເນັ້ນໜັກວ່າ: ປັດຈຸບັນ ສສ ຫວຽດນາມ ມີຄວາມຕ້ອງການຊື້ສິນຄ້າ, ອຸປະກອນ, ການບໍລິການຈາກ ສ.ອາເມລິກາ ດ້ວຍຈຳນວນຫລາຍ, ມູນຄ່າສູງ ແລະ ເປັນປົກກະຕິ. ນີ້ລ້ວນແຕ່ແມ່ນ ບັນດາຜະລິດ ຕະພັນທີ່ ສ.ອາເມລິກາ ມີທ່າແຮງ ແລະ ສສ ຫວຽດນາມ ມີຄວາມຕ້ອງການ. ເຖິງຢ່າງໃດກໍຕາມ, ການແລກປ່ຽນການຄ້າ ລະຫວ່າງ ສອງປະເທດ ຍັງບໍ່ທັນສົມກັບກໍາລັງບົ່ມຊ້ອນ. ທ່ານ ຫງວຽນຮົ່ງຢຽນ ກໍຖືວ່າ ທັງສອງປະເທດ ລ້ວນແຕ່ຕ້ອງສຳຫລວດກວດຄືນ, ແກ້ໄຂບັນດາຄວາມຫຍຸ້ງຍາກ ຂໍ້ຕິດຂັດຢ່າງທັນການ, ສ້າງເງື່ອນໄຂສະດວກ ໃຫ້ບັນດາ ວິສາຫະກິດ ໃນການຊື້ຂາຍ ບັນດາຜະລິດຕະພັນ ທີ່ຈຳເປັນ, ເສີມສ້າງໃຫ້ແກ່ ຄວາມຕ້ອງການ ສິນຄ້າຂອງກັນ. ພ້ອມທັງ ສະເໜີວ່າ: ໃນໄລຍະ ຈະມາເຖິງ ບັນດາວິສາຫະກິດຕ້ອງຕັ້ງໜ້າ ຫລາຍກວ່າອີກ ເພື່ອຫັນ ຄວາມສາມາດ ບົ່ມຊ້ອນ ຢ່າງໃຫຍ່ຫລວງນີ້ ໃຫ້ປະກົດຜົນເປັນຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version