Home ຂ່າວຕ່າງປະເທດ ການເດີນສວນສະໜາມກ້ອນກຳລັງ ກອງພັນໃຫຍ່ ອະມະຕະ ຫລາຍກ່ວາ 30 ປະເທດ

ການເດີນສວນສະໜາມກ້ອນກຳລັງ ກອງພັນໃຫຍ່ ອະມະຕະ ຫລາຍກ່ວາ 30 ປະເທດ

0

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ ທ່ານ ນາງ ມາເຣຍ ຊາກາໂຣວາ (Maria Zakharova) ໂຄສົກກະຊວງ ການຕ່າງປະເທດຣັດເຊຍ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວເດີນສວນສະໜາມກ້ອນກຳລັງກອງພັນໃຫຍ່ອະມະຕະ ໄດ້ດຳເນີນຢູ່ຫລາຍກ່ວາ 30 ປະເທດ ໂດຍບັນດານັກການທູດ ແລະ ຊາວຣັດເຊຍ ອາໄສຢູ່ຕ່າງປະເທດ ຈັດຂຶ້ນເພື່ອແນໃສ່ ຮັກສາຄວາມຈິງ ກ່ຽວກັບໄຊຊະນະອັນຍິ່ງໃຫຍ່ນີ້. ພ້ອມທັງກ່າວເນັ້ນໜັກຕື່ມວ່າ: ໃນທົ່ວໂລກບັນດາອົງການທູຕານຸທູດ ແລະ ຊາວຣັດເຊຍ ອາໄສຢູ່ ຕ່າງປະເທດ ໄດ້ຈັດຫລາຍການ ເຄື່ອນໄຫວຂຶ້ນ ເພື່ອແນໃສ່ ຍ້ອງຍໍ ສັນລະເສີນ ວິລະກຳ ຂອງລຸ້ນຄົນຜູ້ທີ່ຍິ່ງໃຫຍ່ເຊິ່ງແມ່ນຜູ້ໄຊຊະນະລັດທິຟາດຊິດ ແລະ ບໍ່ອະນຸຍາດໃຫ້ຫລົງລືມຄວາມຈິງ ກ່ຽວກັບໄຊຊະນະອັນຍິ່ງໃຫຍ່ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version