Home ຂ່າວຕ່າງປະເທດ ທ່ານ ສີ ຈິ້ນຜິງ ພົບປະກັບ ທ່ານ ວະລາດີເມຍ ປູຕິນ

ທ່ານ ສີ ຈິ້ນຜິງ ພົບປະກັບ ທ່ານ ວະລາດີເມຍ ປູຕິນ

0

ວິທະຍຸສາກົນແຫ່ງ ສປ ຈີນ, ​ວັນ​ທີ 8 ພຶດ​ສະ​ພາ​ນີ້​, ທ່ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ ໄດ້​ພົບ​ປະ​ກັບ ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ ຣັດ​ເຊຍ ​ຢູ່​ວັງ​ແກ​ຣມ​ລັງ ​ທີ່ນະ​ຄອນຫລວງ​ ມົດ​ສະ​ກູ​ ຂອງ​ຣັດ​ເຊຍ.ໃນໂອກາດນີ້ ທ່ານ ​ສີ​ ຈິ້ນ​ຜິງ​ ກ່າວ​ວ່າ: ປະ​ຫວັດ​ສາດ ແລະ ຄວາມ​ຈິງ​ຢືນ​ຢັນ ​ໃຫ້​ເຫັນ ​ຢ່າງ​​ຈະ​ແຈ້ງວ່າ, ການ​ພັດ​ທະ​ນາ ແລະ ລົງ​ເລິກ​ ສາ​ຍ​ພົວ​ພັນ​ ຈີນ-ຣັດ​ເຊຍ​ ຢ່າງ​ຕໍ່​ເນື່ອງ, ແມ່ນ​ສິ່ງ​ຈຳ​ເປັນ​ ເພື່ອ​ສືບ​ທອດ ​ມິດ​ຕະ​ພາບ​ ລະ​ຫວ່າງ​ ປະ​ຊາ​ຊົນ ​ສອງ​ຊາດ​ ທຸກ​ເຊັ່ນ​ຄົນ, ເປັນ​ທາງ​ເລືອກ​ ທີ່​ຕ້ອງ​ເປັນ​ໄປ ​ຂອງ​ສອງ​ຝ່າຍ​ ເພື່ອ​ຊ່ວຍ ​ຊຸກ​ຍູ້​ໜູນ​ກັນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ເຊິ່ງ​ກັນ​ແລະ​ກັນ, ​ທັງ​ເປັນ​ຄວາມ​ຮຽກ​ຮ້ອງ​ ຂອງ​ຍຸກ​ສະ​ໄໝ ​ທີ່​ປົກ​ປັກ​ຮັກ​ສາ​ ຄວາມ​ຍຸ​ຕິ​ທຳ ຄວາມ​ເປັນ​ທຳ​ ຂອງ​ສາ​ກົນ ແລະ ຊຸກ​ຍູ້​ ການ​ປະ​ຕິ​ຮູ​ບ ​ລະ​ບົບ​ບໍ​ລິ​ຫານ ​ຂອງ​ໂລກ.ປັດ​ຈຸ​ບັນ​ ພວມຜະ​ເຊີນ​ໜ້າ​ກັບ ​ກະ​ແສ​ ລັດ​ທິ​ຝ່າຍ​ດຽວ ແລະ ການ​ກະ​ທຳ​ຂົ່ມ​ເຫັງ​ ແບບ​ມະ​ຫາ​ອຳ​ນາດ​ ໃນ​ສາ​ກົນ, ສປ ຈີນ​ ຈະ​ຮ່ວມ​ມືກັບ ​ຣັດ​ເຊຍ ແບກ​ຫາບ​ ຄວາມ​ຮັບ​ຜິດ​ຊອບ​ພິ​ເສດ​ ໃນ​ຖາ​ນະ ​ເປັນ​ປະ​ເທດ​ໃຫຍ່​ໃນ​ໂລກ ທັງ​ເປັນ​ສະ​ມາ​ຊິກ​ຖາ​ວອນ ​ໃນ​​ຂອງສະ​ພາ​ ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ ປະ​ຊາ​ຊາດ, ແບກ​ຫາບ​ ຄວາມ​ຮັບ​ຜິດ​ຊອບ ​ຢ່າງ​ກ້າ​ຫານ, ຮ່ວມ​ກັນ​ສົ່ງ​ເສີມ ​ທັດ​ສະ​ນະ​ ປະ​ຫວັດ​ສາດ ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ ​ສົງ​ຄາມ​ໂລກ ​ຄັ້ງ​ທີ 2, ປົກ​ປັກ​ຮັກ​ສາ​ ຄວາມ​ສັກ​ສິດ ແລະ ຖາ​ນະ​ບົດ​ບາດ ​ຂອງ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ, ເດັດ​ດ່ຽວ​ ປົກ​ປ້ອງ​ສິດ ​ຜົນ​ປະ​ໂຫຍດ​ຂອງ​ ສປ ຈີນ ແລະ ຣັດ​ເຊຍ ກໍ​ຄື​ ປະ​ເທດ​ ພວມ​ພັ​ດ​ທະ​ນາ ​ຈຳ​ນວນຫລວງຫລາຍ​, ຮ່ວມ​ກັນ​ຊຸກ​ຍູ້​​ ໃຫ້​ໂລກ​ຫັນ​ເປັນ ຫລາຍ​ຂົ້ວ ​ຢ່າງ​ສະ​ເໝີ​ພາບ ແລະ ເປັນ​ລະ​ບຽບ, ກໍ​ຄື ເສດ​ຖະ​ກິດ​ ໂລ​ກາ​ພິ​ວັດ ​ຢ່າງ​ມີ​ຜົນ​ປະ​ໂຫຍ​ດ​ ທົ່ວ​ໄປ ແລະ ກວມ​ລວມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version