ຕາມຂ່າວຈາກ ນະຄອນຫລວງ ແບ໋ກແລ໋ງ, ວັນທີ8 ພຶດສະພານີ້, ທ່ານ ຟຣີດີສ ເມີສ(Friedrich Merz),ຜູ້ນຳພັກ ເດໂມແຄຣດ ຫລື CDU ພັກອະນຸລັກນິຍົມຂອງເຢຍລະມັນ ທີ່ຊະນະການເລືອກຕັ້ງທົ່ວໄປ ໃນເດືອນກຸມພາ ຜ່ານມາໄດ້ຮັບການແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົຍຕີຄົນໃໝ່ ຂອງເຢຍລະມັນ ພ້ອມທັງນຳພາການຈັດຕັ້ງຄະນະລັດຖະບານຊຸດໃໝ່ ທັງໝົດ 17 ຄົນ ຊຶ່ງເປັນລັດຖະບານປະສົມເປັນຄັ້ງທຳອິດ.

ຈາກນັ້ນ ທ່ານ ຟຣີດີສ ເມີສ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳພາປະເທດເຢຍລະມັນ ທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດ ຂອງເອີຣົບ ຜ່ານຜ່າວິກິດເສດຖະກິດ ໃນໄລຍະທີ່ທົ່ວໂລກຜະເຊີນກັບຄວາມທ້າທາຍ ຈາກນະໂຍບາຍພາສີ ຂອງ ສ.ອາເມລິກາ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ