ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືໂປອາວເພື່ອອາຊີ ປະຈໍາປີ 2025 ທີ່ ໂປອາວ ແຂວງໄຮນານ ສປ ຈີນ ໃນລະຫວ່າງວັນທີ 26-28 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາທີ່ສໍາຄັນຂອງແຂວງໄຮນານ ຈໍານວນໜຶ່ງ ເຊັ່ນ: ເຂດວາງສະແດງຜົນສໍາເລັດການພັດທະນາທ່າກໍາປັ່ນການຄ້າເສລີໄຮນານ (Hainan Free Trade Port), ກຸ່ມບໍລິສັດປຸງແຕ່ງອາຫານ ຈຸນກວາງ ໄຮນານ (Hainan Chunguang Food Co., Ltd), ສະຖາບັນວິທະຍາສາດກະສິກໍາເຂດຮ້ອນ ສປ ຈີນ (Chinese Academy of Tropical Agricultural Sciences, CATAS) ແລະ ບ້ານ ຊື່ຊາ (Shi Cha Village).
ເຂດວາງສະແດງຜົນສໍາເລັດການພັດທະນາທ່າກໍາປັ່ນການຄ້າເສລີໄຮນານ ແລະ ເມືອງຕານໂຈ ໃນຫົວຂໍ້: “ກະແສຟອງຂອງການພັດທະນາໃນໄຮນານ, ຍຸກສະໄໝໃໝ່ແຫ່ງການເປີດກວ້າງຂອງແຫລມຢາງຜູ” ຈັດຂຶ້ນໃນວັນທີ 25-28 ມີນາ 2025, ທີ່ສວນວັດທະນະທໍາ ຕົງຢູ ແຂວງໄຮນານ. ງານວາງສະແດງດັ່ງກ່າວ ແບ່ງອອກເປັນ 8 ພາກ, ກວມເອົາຫລາຍບັນຫາພົ້ນເດັ່ນ ເປັນຕົ້ນ ທ່າກໍາປັ່ນການຄ້າເສລີເປີດກວ້າງ, ການຂົນສົ່ງເມັດພັນພືດ, ການຂົນສົ່ງທາງທະເລ, ການຂົນສົ່ງທາງອາກາດ, ເຕັກໂນໂລຊີດີຈິຕອນ ແລະ ສຸມໃສ່ພະລັງງານສີຂຽວ.

ກຸ່ມບໍລິສັດປຸງແຕ່ງອາຫານ ຈຸນກວ່າງ ໄຮນານ ສ້າງຕັ້ງຂຶ້ນໃນປີ 1996, ເປັນວິສາຫະກິດປຸງແຕ່ງອາຫານທີ່ທັນສະໄໝ ໂດຍໃຊ້ໝາກພ້າວຂອງໄຮນານ ຊຶ່ງເປັນຜົນຜະລິດທີ່ມີຊື່ສຽງຂອງແຂວງ ແລະ ໝາກໄມ້ເຂດຮ້ອນເປັນວັດຖຸດິບຫລັກ ແລະ ເປັນວິສາຫະກິດອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາຕົວແບບແຫ່ງຊາດ ທີ່ໄດ້ຮັບ “ເຄື່ອງໝາຍການຄ້າແຫ່ງຊາດຈີນ”. ບໍລິສັດມີພະນັກງານເກືອບ 2.000 ຄົນ ແລະ ມີຮ້ານຄ້າຂາຍຜະລິດຕະພັນຂອງບໍລິສັດທີ່ມີເຄືອຂ່າຍໃນຫລາຍປະເທດ, ຜະລິດຕະພັນບາງຊະນິດ ຖືກສົ່ງອອກໄປຫລາຍກວ່າ 50 ປະເທດ ໃນພາກພື້ນ ແລະ ສາກົນ, ຜະລິດຕະພັນຂອງບໍລິສັດມີຫລາຍກວ່າ 200 ຊະນິດ ໂດຍສະເພາະ ປະເພດເຄື່ອງດື່ມ, ເຂົ້າໜົມ, ຜັກ, ໝາກໄມ້ອົບແຫ້ງ, ກາເຟ, ອາຫານສໍາເລັດຮູບ, ເຄື່ອງປຸງ ແລະ ມີຜົນຜະລິດຫລາຍກວ່າ 10.000 ໂຕນ/ປີ.
ສະຖາບັນວິທະຍາສາດກະສິກໍາເຂດຮ້ອນ ສປ ຈີນ ແມ່ນສະຖາບັນແຫ່ງຊາດ ທີ່ດໍາເນີນການຄົ້ນຄວ້າ ແລະ ພັດທະນາກະສິກໍາເຂດຮ້ອນ ແລະ ຍັງເປັນສະຖາບັນການສຶກສາທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງກະສິກໍາ ສປ ຈີນ ປະກອບມີ 3 ວິທະຍາເຂດ ຄື: ວິທະຍາເຂດ ໄຮໂຄ (Haikou), ວິທະຍາເຂດ ຕານໂຈ (Danzhou) ແລະ ວິທະຍາເຂດ ຈານຈຽງ (Zhanjiang), ປະກອບມີ 14 ສະຖາບັນຍ່ອຍ ແລະ ເນື້ອທີ່ທົດລອງທາງກະສິກໍາຫລາຍກວ່າ 4.000 ເຮັກຕາ, ມີພະນັກງານຫລາຍກວ່າ 4.600 ຄົນ. ໃນນັ້ນ, 3.300 ຄົນ ເປັນນັກວິທະຍາສາດຄົ້ນຄວ້າ, ລວມທັງນັກວິທະຍາສາດອາວຸໂສ ເກືອບ 500 ຄົນ.
ບ້ານຊື່ຊ່າ ຕັ້ງຢູ່ໃນເຂດທີ່ມີພູເຂົາໄຟ, ຫລາຍກວ່າ 90% ຂອງເນື້ອທີ່ດິນ ປົກຄຸມດ້ວຍຫີນພູເຂົາໄຟ, ເປັນຊັ້ນດິນຫີນບາງ ແລະ ຍາກໃນການເກັບກັກນໍ້າ ອັນໄດ້ເຮັດໃຫ້ເຂດດັ່ງກ່າວບໍ່ເໝາະສົມໃນການເຮັດການກະສິກໍາ, ປະຊາຊົນພົບຄວາມຫຍຸ້ງຍາກທາງດ້ານສະບຽງອາຫານ. ໃນເວລາຕໍ່ມາ, ຍ້ອນເງື່ອນໄຂເອື້ອອໍານວຍຈາກການກໍ່ສ້າງທ່າເຮືອການຄ້າເສລີໄຮນານ ບວກໃສ່ທ່າແຮງຂອງຊັບພະຍາກອນພູເຂົາໄຟທີ່ມີຄຸນນະພາບສູງ ຈຶ່ງເຮັດໃຫ້ການພັດທະ ນາອຸດສາຫະກໍາ ແລະ ການຂຸດຄົ້ນແຮ່ທາດພູເຂົາໄຟໃນບ້ານດັ່ງກ່າວ ມີການພັດທະນາຢ່າງວ່ອງໄວ ແລະ ກາຍເປັນບ້ານຕົວແບບໃນການພັດທະນາຊົນນະບົດຂອງແຂວງໄຮນານ.
ຂ່າວ: ກຕທ