Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງໄພພິບັດ

0

ໃນວັນທີ 6 ຕຸລາ 2025 ນີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມ ເພື່ອປຶກສາຫາລືການແກ້ໄຂຜົນກະທົບໄພນ້ຳຖ້ວມ ທີ່ເກີດຂຶ້ນຈາກພະຍຸ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ແລະ ແຜນການກະກຽມຄວາມພ້ອມຮັບມືກັບລົມພະຍຸແມັດໂມ ທີ່ຈະພັດຜ່ານເຂົ້າມາ ສປປ ລາວ ໃນໄວໆນີ້ ໂດຍການເປັນປະທານຂອງ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຄະນະກໍາມະການໄພພິບັດຂັ້ນສູນກາງເຂົ້າຮ່ວມ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນການເກັບກຳຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍ ຈາກພະຍຸ ທີ່ເຂົ້າມາ ສປປ ລາວ ໃນປີ 2025 ເປັນຕົ້ນ ພະຍຸວຸທິບ, ວິພາ ແລະ ບົວລອຍ ຈາກຜູ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ. ສະເພາະຜົນກະທົບຈາກພະຍຸບົວລອຍ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 4 ຕຸລາ 2025 ເຮັດໃຫ້ເກີດມີຝົນຕົກຫລາຍ ແລະ ນໍ້າຖ້ວມ ຢູ່ 10 ແຂວງ ຄື: ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ແລະ ແຂວງອັດຕະປື ຊຶ່ງໄດ້ສົ່ງຜົນກະທົບຕໍ່ 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 3.118 ຄອບຄົວ, 17.202 ຄົນ, ຍິງ 7.020 ຄົນ, ມີຜູ້ເສຍຊີວິດ 4 ຄົນ (ຢູ່ແຂວງບໍລິຄໍາໄຊ, ໄຊສົມບູນ, ສະຫວັນນະເຂດ ແລະ ຫົວພັນ ແຂວງລະ 1 ຄົນ), ສູນຫາຍ 4 ຄົນ (ຊຽງຂວາງ 2 ຄົນ,, ຫົວພັນ 1 ຄົນ ແລະ ນະຄອນຫລວງວຽງຈັນ 1 ຄົນ). ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງ ລາຍງານບາງວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ຊຶ່ງຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຕິດຕາມກວດກາຄວາມປອດໄພຂອງບັນດາເຂື່ອນໄຟຟ້າ ແລະ ການບໍລິຫານຈັດການນໍ້າໃນເຂື່ອນ ເຫັນວ່າ ປັດຈຸບັນ ບັນດາເຂື່ອນໄຟຟ້າ ໃນທົ່ວປະເທດ ແມ່ນຮັບປະກັນຄວາມປອດໄພດີ, ລວມທັງການບໍລິຫານຈັດການນໍ້າໃນເຂື່ອນ ແລະ ໄດ້ເອົາໃຈໃສ່ກະກຽມແຜນຮັບມື ຕໍ່ພະຍຸທີ່ຈະເຂົ້າມາໃນຕໍ່ໜ້າ ເປັນຢ່າງດີ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພົອ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານສຳຄັນ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ກອບກູ້, ຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ຢ່າງທັນການ; ເອົາໃຈໃສ່ຟື້ນຟູພື້ນຖານໂຄງລ່າງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍສະເພາະ ຂົວ, ເສັ້ນທາງຄົມມະນາຄົມ ໃຫ້ສາມາດນໍາໃຊ້ໄດ້; ສືບຕໍ່ເອົາໃຈໃສ່ຕິດຕາມສະພາບອາກາດ ທີ່ອາດຈະເກີດມີພະຍຸຫົວໃໝ່ ໃຫ້ມີລະບົບການແຈ້ງເຕືອນໄພລ່ວງໜ້າ ເຖິງປະຊາຊົນບັນດາເຜົ່າ ໃນພື້ນທີ່ ທີ່ມີຄວາມສ່ຽງ ຢ່າງວ່ອງໄວທັນການ ເພື່ອການກະກຽມຄວາມພ້ອມຮັບມືໄພພິບັດ ທີ່ອາດເກີດຂຶ້ນ, ພ້ອມທັງ ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການກະກຽມກໍາລັງ, ອຸປະກອນຕ່າງໆ ເພື່ອເຂົ້າຊ່ວຍເຫລືອປະຊາຊົນ ໃນກໍລະນີຫາກເກີດໄພພິບັດ ແລະ ປະສົບໄພຕົວຈິງ ຢ່າງທັນການ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສືບຕໍ່ປັບປຸງບົດລາຍງານ ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການໃນການແກ້ໄຂສຸກເສີນ ແລະ ການຟື້ນຟູໄລຍະຍາວ ເພື່ອນໍາສະເໜີລັດຖະບານ ມີທິດຊີ້ນໍາ; ປະສານສົມທົບຢ່າງໃກ້ຊິດກັບ ຄະນະກໍາມະການຄຸ້ມຄອງໄພພິບັດບັນດາແຂວງ ໃນການເກັບຂໍ້ມູນຜົນກະທົບ ແລະ ຄວາມຕ້ອງການ ໃນການຟື້ນຟູແຕ່ລະໄລຍະ, ລວມທັງ ການກະກຽມຄວາມພ້ອມດ້ານຕ່າງໆ ຕໍ່ການປ້ອງກັນ ແລະ ຮັບມືກັບສະພາບໄພພິບັດ ທີ່ອາດຈະເກີດຂຶ້ນ.

ຂ່າວ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version