Home ຂ່າວໜ້າໜຶ່ງ ອາຊຽນ ຈັດກອງປະຊຸມສຸກເສີນສະໄໝພິເສດ ກ່ຽວກັບ ເຫດການແຜ່ນດິນໄຫວ

ອາຊຽນ ຈັດກອງປະຊຸມສຸກເສີນສະໄໝພິເສດ ກ່ຽວກັບ ເຫດການແຜ່ນດິນໄຫວ

0

ວັນທີ 30 ມີນາ 2025 ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸກເສີນສະໄໝພິເສດ ຂອງ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນທີ່ ປະເທດ ມຽນມາ ແລະ ໄທ ໃນວັນທີ 28 ມີນາ 2025 (ໃນຮູບແບບທາງໄກ) ພາຍໃຕ້ການເປັນປະທານຂອງ ມາເລເຊຍ, ໃນນາມປະທານອາຊຽນ ປີ 2025.

ກອງປະຊຸມ ສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຕໍ່ປະຊາຊົນ ມຽນມາ ແລະ ໄທ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດໃນຄັ້ງນີ້ ແລະ ຢືນຢັນຄວາມໝາຍໝັ້ນ ແລະ ຄວາມສາມັກຄີຂອງອາຊຽນ ໃນການຮັບມືກັບຜົນກະທົບ ຂອງ ໄພພິບັດ ດັ່ງກ່າວ; ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບ ສະພາບຄວາມເສຍຫາຍ ຈາກເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ພ້ອມທັງໄດ້ແຈ້ງສະພາບຄວາມຕ້ອງການສຸກເສີນເບື້ອງຕົ້ນ ແລະ ການຊ່ວຍເຫລືອດ້ານມະນຸດສະທຳສຸກເສີນ ຂອງປະເທດສະມາຊິກອາຊຽນ, ສູນປະສານງານຊ່ວຍເຫລືອມະນຸດສະທຳອາຊຽນ (AHA Centre), ຄູ່ເຈລະຈາ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວຂ້ອງ ໃຫ້ລັດຖະບານ ແລະ ປະຊາຊົນ ມຽນມາ ແລະ ໄທ.

ພ້ອມກັນນີ້, ກອງປະຊຸມ ເຫັນດີຕາມການສະເໜີຂອງ ມຽນມາ ໃຫ້ເລຂາທິການໃຫຍ່ອາຊຽນ ເຮັດໜ້າທີ່ຜູ້ປະສານງານການຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ, ພ້ອມທັງມອບໃຫ້ສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ອຳນວຍຄວາມສະດວກການຊ່ວຍເຫລືອມະນຸດສະທຳໃນຄັ້ງນີ້.

ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກອາຊຽນ, ອົງການສະຫະປະຊາຊາດ, ພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງທັງໝົດທີ່ໄດ້ໃຫ້ການຊ່ວຍເຫລືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ.

ກອງປະຊຸມ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນ ທີ່ຈະເຮັດວຽກຢ່າງໃກ້ຊິດເພື່ອປະສານງານການຊ່ວຍເຫລືອດ້ານມະນຸດສະທໍາ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກໃນການປະຕິບັດງານບັນເທົາທຸກ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ທັນການ ໂດຍມີ ສູນປະສານງານຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ເປັນຜູ້ຊ່ວຍເຫລືອໃນວຽກດັ່ງກ່າວ.

ຂ່າວ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version