ກອງກາຍຍະສິນແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດການສະແດງກາຍຍະສິນ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ໃນຄໍ່າຄືນຂອງວັນທີ 28-29 ມີນາ 2025 ເລີ່ມແຕ່ ເວລາ 19:00 ໂມງ ຢູ່ໂຮງກາຍຍະສິນແຫ່ງຊາດ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄອບຄົວການນໍາ, ອະດີດການນໍາ, ພ້ອມດ້ວຍມວນຊົນເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ຜູ້ອໍານວຍການກອງກາຍຍະສິນແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ການຈັດການສະແດງຄັ້ງນີ້, ເປັນການສ້າງບັນຍາກາດ ສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນ, ທັງເປັນການສ້າງກິດຈະກໍາ ການສະແດງຮັບໃຊ້ມວນຊົນ, ສ້າງເງື່ອນໄຂໃຫ້ແກ່ ພະນັກງານ-ນັກສະແດງກອງກາຍຍະສິນແຫ່ງຊາດ ໄດ້ມີສ່ວນຮ່ວມໃນວັນທີ່ມີຄວາມໝາຍສໍາຄັນ ຂອງພັກ-ຂອງຊາດ ໂດຍພາຍໃຕ້ການຊີ້ນໍາ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
ການສະແດງຄັ້ງນີ້, ໄດ້ສ້າງສີສັນ, ຄວາມລະທຶກໃຈ, ຄວາມງຶດງໍ້ອັດສະຈັນ, ສີສັນການປະຍຸກ ແລະ ປະ ສົມປະສານບົດສະແດງໃນແຕ່ລະລາຍການ, ທັງໄດ້ນໍາເອົາບົດເພງທີ່ຫາກໍ່ສະແດງຮັບໃຊ້ໃນພິທີສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ບາງບົດເພງ ມາປະຍຸກ ແລະ ປະກອບໃສ່ບົດສະແດງ ເພື່ອສ້າງສີສັນໃນການສະແດງ ໃຫ້ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍ, ສະແດງບົດວິທະກົນ, ຕະລົກ-ຊວນຫົວ ແລະ ການສະແດງອື່ນໆມາສະແດງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມ.