ນ້ອມນະມັດສະການພະເຖຣະ, ນຸເຖຣະ, ຮຽນບັນດາທ່ານການນໍາພັກ-ລັດທີ່ເຄົາລົບນັບຖືຢ່າງສູງ, ບັນດາທ່ານຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ, ນັກຮຽນ-ນັກສຶກສາ ຕະ ຫລອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ນັບຖືທັງຫລາຍ.
ວັນທີ 7 ຕຸລາ ແມ່ນວັນທີ່ພວກເຮົາຊາວລາວທຸກຄົນ ໃຫ້ຄວາມສໍາຄັນເປັນພິເສດ, ເປັນໂອກາດໃນການ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ຖ່າຍທອດຄວາມຮູ້, ໄດ້ເສຍສະລະເພື່ອພາລະກິດສຶກສາ, ພາລະ ກິດສ້າງ ແລະ ພັດທະນາຊັບພະຍາກອນມະນຸດລາວ. ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ(07/10/1994-07/10/2025) ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ(ສສກ) ສະ ແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງມາຍັງຄູ-ອາຈານ ຜູ້ທີ່ປະຕິບັດໜ້າທີ່ສິດສອນໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສິດສອນ, ກໍ່ສ້າງລູກ-ຫລານລາວໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ເຄົາລົບຮີບຄອງປະເພນີອັນດີງາມຂອງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໃຫ້ກາຍເປັນກໍາລັງແຮງສັງຮວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕະຫລອດໄລຍະຜ່ານມາ.
ຄູເປັນແມ່ພິມຂອງຊາດ, ເປັນຜູ້ອຸທິດຕົນ, ເປັນພໍ່-ແມ່ຜູ້ທີ່ສອງ ເຖິງວ່າຈະບໍ່ໄດ້ໃຫ້ກໍາເນີດໂດຍກົງ ແຕ່ເປັນຜູ້ບົ່ມສອນ, ຖ່າຍທອດສະຕິປັນຍາຄວາມຮູ້ໃຫ້ນັກຮຽນ-ນັກສຶກ ໂດຍບໍ່ຫວັງສິ່ງໃດຕອບແທນ, ມີແຕ່ຄວາມປາຖະໜາສິ່ງດຽວຄື ໃຫ້ນັກຮຽນ-ນັກສຶກສາທີ່ໄດ້ຮໍ່າຮຽນ-ສຶກສາກາຍເປັນຄົນທີ່ດີ, ກາຍເປັນຊັບພະຍາກອນມະນຸດທີ່ລໍ້າຄ່າຂອງຊາດ ແລະ ປະສົບຜົນສໍາເລັດໃນໜ້າທີ່ ທີ່ຕົນຮັບຜິດຊອບເທົ່ານັ້ນ, ພໍ່-ແມ່ເປັນຜູ້ໃຫ້ກໍາເນີດ ປຽບດັ່ງຜູ້ກ້າເບ້ຍ ແລະ ປູກຕົ້ນໄມ້, ຄູ-ອາຈານເປັນຜູ້ສິດສອນຄວາມຮູ້ ປຽບດັ່ງຜູ້ດູແລຮັກສາ, ບໍາລຸງໃສ່ຝຸ່ນໃຫ້ຕົ້ນໄມ້ໄດ້ຈະເລີນງອກງາມ. “ຄວາມຮູ້ແມ່ນສິ່ງທີ່ປະເສີດ ແລະ ມີຄ່າທີ່ສຸດບໍ່ສາມາດປະເມີນຄ່າໄດ້ ແລະ ບໍ່ມີໃຜສາມາດຍາດມັນໄປຈາກເຮົາໄດ້” ມີແຕ່ການສຶກສາຮໍ່າຮຽນເທົ່ານັ້ນ ຈຶ່ງຈະເຮັດໃຫ້ຄົນເຮົາຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສາມາດປ່ຽນແປງໂຊກສະຕາຂອງຕົນ ແລະ ປະເທດຊາດໄດ້, ແຕ່ສໍາລັບຜູ້ທີ່ເປັນຄູ-ອາຈານທຸກໆໄລຍະ ແມ່ນພ້ອມທີ່ຈະຖ່າຍຖອດຄວາມຮູ້ໃຫ້ລູກສິດ, ນັກຮຽນ-ນັກສຶກສາ ເພື່ອຮໍ່າຮຽນເອົາຄວາມຮູ້ໃໝ່ໆ ມາພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
ໃນໄລຍະທີ່ປະເທດຂອງພວກເຮົາ ຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານຢ່າງໜັກໜ່ວງນັ້ນ ຜູ້ເປັນຄູ ກໍໄດ້ຮ່ວມກັບພັກ-ລັດ ແລະ ປະຊົນລາວບັນດາເຜົ່າ ເຮັດທັງສອງໜ້າທີ່ໄປພ້ອມກັນ ທັງຕໍ່ສູ້ກູ້ຊາດ ທັງເຮັດໜ້າທີ່ສິດສອນລູກຫລານລາວ ບໍ່ວ່າສະຖານະການໃນເວລານັ້ນຈະຫຍຸ້ງຍາກພຽງໃດ ແຕ່ຜູ້ເປັນຄູບໍ່ເຄີຍທໍ້ຖອຍ, ງໍ້ງ່ຽງໃນການປະຕິບັດໜ້າທີ່ຂອງຕົນ, ທັງຫລົບລີ້ຈາກລູກກະສຸນ, ລູກລະເບີດ, ການກວດລ້າງທຳລາຍຂອງສັດຕູຜູ້ບໍ່ຫວັງດີ ແຕ່ກໍຍັງບໍ່ຫລົງລືມພາລະ, ໜ້າທີ່ໃນການສິດສອນ, ບໍ່ວ່າຈະເປັນກາງເວັນ ຫລື ກາງຄືນ, ຢູ່ໃນປ່າດົງ ຫລື ຢູ່ໃນຖໍ້າ, ຂຸມຄອງຕ່າງໆ ກໍຍາດແຍ່ງທຸກໂອກາດໃຫ້ລູກຫລານລາວໄດ້ຮໍ່າຮຽນໜັງສື ຫາຄວາມຮູ້ໃຫ້ແກ່ຕົນເອງ ແລະ ເພື່ອພັດທະນາປະເທດຊາດໃນອະນາຄົດ. ມາຮອດປັດຈຸບັນ, ປະເທດຊາດຂອງພວກເຮົາພວມຢູ່ໃນໄລຍະສ້າງສາພັດທະ ນາ ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍ ຍິ່ງມີຄວາມຕ້ອງການກຳລັງແຮງຂອງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດຫລັກແຫລມ ເພື່ອເປັນສິ່ງຊຸກດັນໃຫ້ການພັດທະນາປະເທດເທົ່າທຽມກັບພາກພື້ນ ແລະ ສາກົນ, ຍ້ອນແນວນັ້ນ, ຄູ-ອາຈານໃນຍຸກປັດຈຸບັນ ທັງພາກລັດ ແລະ ເອກະຊົນຕ້ອງຮູ້ຈັກສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຄູປະຕິວັດໃນເມື່ອກ່ອນ ແລະ ຮູ້ໝູນໃຊ້ເຂົ້າໃນຍຸກຂອງການເຊື່ອມໂຍງ, ຍຸກຂອງການແຂ່ງຂັນເພື່ອສ້າງລູກ-ຫລານລາວໃຫ້ເປັນຄົນທີ່ມີຄວາມຮູ້, ມີຄວາມສາມາດ ແລະ ມີສິນທໍາປະຕິວັດ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າບັນດາຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນຈະສືບຕໍ່ພັດທະນາຕົນເອງ, ຍົກສູງນໍ້າໃຈເສຍສະລະທີ່ເປັນມູນເຊື້ອ ແລະ ຄວາມເປັນແບບຢ່າງໃຫ້ນັກຮຽນ-ນັກສຶກສາໄດ້ຮໍ່າຮຽນ ແລະ ປະຕິບັດຕາມ, ເສີມຂະຫຍາຍຫົວຄິດປະດິດສ້າງ, ປັບປຸງວິທີການຮຽນການສອນໃຫ້ສາມາດດູດດຶງຄວາມສົນໃຈ ຈາກນັກຮຽນ-ນັກສຶກສາດ້ວຍຫລາຍວິທີທີ່ສອດຄ່ອງເໝາະສົມ ເພື່ອສ້າງຜູ້ທີ່ເປັນອະນາຄົດຂອງຊາດໃຫ້ກາຍເປັນຊັບພະຍາກອນມະນຸດອັນລໍ້າຄ່າ ຮັບໃຊ້ປະຊາຊົນ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ລະບອບໃໝ່ຂອງພວກເຮົາຢ່າງແທ້ຈິງ.
ຕາງໜ້າໃຫ້ທົ່ວຂະແໜງສຶກສາ ເວົ້າລວມ, ເວົ້າສະເພາະແມ່ນກະຊວງ ສສກ ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ-ສັງຄົມ, ຜູ້ປະ ກອບການ, ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດຍຸດທະສາດ, ບັນດາຄູ່ຮ່ວມພັດທະນາ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫລືອວຽກງານສຶກສາທາງດ້ານວັດຖຸ ແລະ ຈິດໃຈ ເຮັດໃຫ້ວຽກງານພັດທະນາການສຶກສາຂອງລາວເຮົາ ນັບມື້ນັບໄດ້ຮັບການພັດທະນາເທົ່າທຽມກັບພາກພື້ນ ແລະ ສາກົນ.
ຂໍຂອບໃຈ ແລະ ອວຍພອນໄຊອັນປະເສີດມາຍັງຄູ-ອາຈານ, ຜູ້ປະຕິບັດໜ້າທີ່ສິດສອນ, ຜູ້ບໍລິຫານການສຶກສາ ແຕ່ລະຂັ້ນທັງພາກລັດ ແລະ ເອກະຊົນທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ມີຄວາມສຸກຄວາມສົມຫວັງທຸກປະການ.
ນໍ້າໃຈວັນຄູ ທີ 7 ຕຸລາ ໝັ້ນຍືນ !