ກອງປະຊຸມເວທີຕົວເມືອງແຫ່ງຊາດຄັ້ງທີ 4 ຈັດຂຶ້ນໃນຕອນເຊົ້າວັນທີ 6 ຕຸລາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ຜູ້ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີມີຄໍາເຫັນວ່າ: ກອງປະຊຸມເວທີຕົວເມືອງແຫ່ງຊາດຄັ້ງທີ 4 ເປັນເວທີສຳຄັນຫຼາຍ ສະທ້ອນໃຫ້ເຫັນເຖິງການພັດທະນາ ແລະ ຂະຫຍາຍຕົວໃນຂະບວນວິວັດຂອງການຫັນເປັນຕົວເມືອງຢູ່ລາວ, ເພື່ອກໍານົດສິ່ງທ້າທາຍອັນຮີບດ່ວນທີ່ສຸດ ແລະ ຢືນຢັນຄືນວິໄສທັດຂອງພວກເຮົາ, ສໍາລັບຕົວເມືອງທີ່ມີຄວາມທົນທານ ແລະ ຍືນຍົງ ຈະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃນອະນາຄົດ. ຢູ່ປະເທດລາວເຮົາ ການຫັນເປັນຕົວເມືອງແມ່ນເກີດຂຶ້ນໄວຫຼາຍໃນຊຸມປີຜ່ານມາ. ໂດຍສະເພາະນະຄອນຫຼວງວຽງຈັນ ສືບຕໍ່ຂະຫຍາຍຕົວເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການຂະຫຍາຍຕົວຂອງປະຊາກອນ ແລະ ກິດຈະກຳດ້ານເສດຖະກິດກໍາລັງສ້າງໂອກາດໃໝ່ໆ. ພ້ອມນັ້ນ, ຍັງນໍາເອົາສິ່ງທ້າທາຍຫຼາຍຢ່າງມາພ້ອມ ເຊັ່ນ: ການຈະລາຈອນແອອັດ, ຄວາມຕ້ອງການທີ່ຢູ່ອາໄສເພີ່ມຂຶ້ນ, ຄວາມຕ້ອງການດ້ານການບໍລິການຕົວເມືອງ ເປັນຕົ້ນ: ນໍ້າປະປາ, ສຸຂາພິບານ ແລະ ການຄຸ້ມຄອງຂີ້ເຫຍື້ອ. ນອກຈາກນະຄອນຫຼວງວຽງຈັນແລ້ວ, ຕົວເມືອງອັນດັບສອງ ຄື: ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກແມ່ນມີບົດບາດສຳຄັນຫຼາຍຂຶ້ນ.
ໃນໄລຍະຜ່ານມາກໍຄືປັດຈຸບັນ ລັດຖະບານລາວມີຄວາມຕັ້ງໃຈຢ່າງສູງ ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ໂດຍຊີ້ນຳໃຫ້ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດການພັດທະນາຕົວເມືອງແຫ່ງຊາດໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDG ຂອງອົງການສະຫະປະຊາຊາດ ໂດຍສະເພາະ ເປົ້າໝາຍທີ 11 ຫຼື SDG 11 ວ່າດ້ວຍຕົວເມືອງ, ຊຸມຊົນຍືນຍົງ ແລະ ວາລະໃໝ່ຕົວເມືອງຂອງອົງການສະຫະປະຊາຊາດ ຫຼື New Urban Agenda.
ນາຍົກລັດຖະມົນຕີໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເອົາໃຈໃສ່ຄົ້ນຄ້ວາ,ເປິກສາຫາລືຫຼາຍບັນຫາສຳຄັນ ຕ້ອງຮັບປະກັນວ່າທຸກຄອບຄົວສາມາດເຂົ້າເຖິງທີ່ຢູ່ອາໄສທີ່ປອດໄພ, ພຽງພໍ ແລະ ລາຄາບໍ່ແພງ, ສົ່ງເສີມນະໂຍບາຍທີ່ຢູ່ອາໄສທີ່ຫຼີກລ່ຽງການຕັ້ງຖິ່ນຖານທີ່ບໍ່ເປັນທາງການ ແລະ ປັບປຸງຊີວິດການເປັນຢູ່ຂອງຄົວເຮືອນທີ່ມີລາຍຮັບຕໍ່າ, ຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ, ໄຟຟ້າ ທັງໃນນະຄອນຫຼວງ ແລະ ຕົວເມືອງໃຫຍ່ອັນດັບ 2, ປັບປຸງລະບົບການຈັດການສິ່ງເສດເຫຼືອໃຫ້ທັນສະໄໝ ແລະ ສົ່ງເສີມການນຳມາໃຊ້ໃໝ່, ລົງທຶນເຂົ້າໃນການຂົນສົ່ງສາທາລະນະເພື່ອຫຼຸດຜ່ອນຄວາມແອອັດ ແລະອື່ນໆ.
ການພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນເມືອງອັດສະລິຍະດ້ວຍນະວັດຕະກໍາດີຈີຕອລ, ປັບປຸງການຄຸ້ມຄອງການຈະລາຈອນ, ການບໍລິການ ແລະ ການປົກຄອງຕົວເມືອງ, ສະໜັບສະໜູນບົດບາດທີ່ເປັນເອກະລັກສະເພາະຂອງແຕ່ລະເມືອງຄື: ຫຼວງພະບາງເປັນສູນກາງວັດທະນະທຳ ແລະ ການທ່ອງທ່ຽວ, ສະຫວັນນະເຂດເປັນສູນກາງການຂົນສົ່ງ ແລະ ອຸດສາຫະກຳ ແລະ ຈຳປາສັກເປັນໃຈກາງຂອງມໍລະດົກ, ການຄ້າຂ້າມຊາຍແດນ ແລະ ຕົວເມືອງອື່ນໆລັດຖະບານຈະບໍ່ສາມາດແກ້ໄຂສິ່ງທ້າທາຍໃນຕົວເມືອງເຫຼົ່ານີ້ໄດ້ພຽງລຳພັງ. ສະນັ້ນ, ຈຳເປັນຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ.