ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງ ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດ ຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ຈຸດປະສົງ ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍສອງສະບັບດັ່ງກ່າວທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນກາງເດືອນມີນານີ້ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບການປັບປຸງລັດຖະທໍາມະນູນ ແລະ ການປັບປຸງລະບົບການປົກຄອງຂັ້ນທ້ອງຖິ່ນ ທັງຮັບປະກັນໃຫ້ວຽກງານພະນັກງານ-ລັດຖະກອນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຫລາຍຂຶ້ນ.
ກອງປະຊຸມຄັ້ງນີ້ ຍັງໄດ້ຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານຢ່າງລະອຽດຖີ່ຖ້ວນ ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ນິຕິກໍາອື່ນທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ.
ພາຍຫລັງສໍາເລັດກອງປະຊຸມ, ແມ່ນຈະໄດ້ລາຍງານຜົນການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາ ລະນາ.
ຂ່າວ: ສອນສັກ ວັນວິໄຊ