ພິທີສະເຫລີມສະຫລອງວັນສ້າງຕັ້ງ ກອງບັນນາທິການວາລະສານ ປ້ອງກັນຊາດ ຄົບຮອບ 10 ປີ ຈັດຂຶ້ນໃນວັນທີ 6 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ.

ທ່ານ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງບັນນາທິການ ວາລະສານປ້ອງ ກັນຊາດ ໄດ້ຫວນຄືນປະຫວັດການກຳເນີດຂອງ ວາລະສານປ້ອງກັນຊາດ ເຊິ່ງຕະ ຫລອດ 10 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງບັນນາທິການ ວາລະສານປ້ອງກັນຊາດ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະ ໄດ້ເປັນກະບອກສຽງອັນສຳຄັນໃນສະໜາມຮົບແນວຄິດ ເປັນອາວຸດທີ່ແຫລມຄົມໃນການຕໍ່ສູ້ຕ້ານກຳລັງອິດທິປໍລະປັກທີ່ໂຄສະນາບິດເບືອນແນວທາງຂອງພັກ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອນຳມາຜັນຂະຫຍາຍໃຫ້ສັງຄົມຮັບຮູ້ຢ່າງເລິກເຊິ່ງ.
ໃນໂອກາດນີ້, ທ່ານ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໃຫ້ສືບຕໍ່ປັບປຸງວາລະ ສານປ້ອງກັນຊາດ ໃຫ້ມີສີສັນຈົບງາມ, ມີເນື້ອໃນອຸດົມສົມບູນເລິກເຊິ່ງ ໂດຍຮັບປະ ກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ປັບປຸງເນື້ອໃນວາລະ ສານ, ຮູບແບບໂຄງສ້າງບົດ ທີ່ກະທັດຮັດກົງກັບປະເດັນ, ຫລາກຫລາຍ, ປະດິດສ້າງ ແລະ ຊວນອ່ານ; ຈັດຕັ້ງແລກປ່ຽນບົດຮຽນ ລະຫວ່າງ ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງ ໃນການຂຽນບົດ, ຖ່າຍຮູບ ແລະ ເຕັກນິກການຈັດໜ້າອອກແບບໃຫ້ເຂົ້າສູ່ຫລັກການ ແລະ ມີຈຸດພິເສດເດັ່ນສະເພາະ ຂອງວາລະສານປ້ອງກັນຊາດ, ປັບປຸງເນື້ອໃນໜ້າເວບໄຊ ໃຫ້ທັນສະໄໝມີເນື້ອໃນດີ, ບັນຈຸຫລາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆທີ່ສຳຄັນເຂົ້າໃນເວບໄຊ, ເຜີຍແຜ່ກໍໃຫ້ວ່ອງໄວທັນເວລາ ແລະ ຖືກຕ້ອງຊັດເຈນ ແລະອື່ນໆ.