Home ຂ່າວກິລາ ພິທີຮ່ວມລົງນາມເຊັນສັນຍາສະໂມສອນດອກປີກໄກ່ແລັບດອກ

ພິທີຮ່ວມລົງນາມເຊັນສັນຍາສະໂມສອນດອກປີກໄກ່ແລັບດອກ

0

ພິທີເຊັນສັນຍາສະໜັບສະໜູນສະໂມສອນດອກປີກໄກ່ແລັບດອກ ຈັດຂຶ້ນໃນຕອນ ບ່າຍຂອງວັນທີ 5 ມີນາ 2025 ທີ່ຫ້ອງປະຊຸມສະໂມສອນດອກປີກໄກ່ ເສດຖາ ບ້ານບຶງຂະຫຍອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ຮ່ວມລົງນາມເຊັນສັນຍາລະຫວ່າງທ່ານ ສຸພາໂຊກ ຂັນຕິວົງ ຜູ້ອຳນວຍການຝ່າຍການຄ້າ ບໍລິສັດ ເຄເອັສດີ ການຢາ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະ ພັນດອກປີກໄກ່ແຫ່ງຊາດລາວ ທັງເປັນປະທານສະໂມສອນ ແລັບດອກ ແລະ ທ່ານ ຫຼົງຈິນປູ້ ບໍລິສັດ ຜູ້ລົງທຶນ KBL ຈາກ ສປ ຈີນ ມີບັນດາຄູຝຶກ ແລະ ນັກກິລາ ຕະ ຫຼອດຮອດສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ການຮ່ວມກັນລົງນາມເຊັນບົດບັນທຶນຄວາມເຂົ້າໃຈໃນຄັ້ງນີ້ ເພື່ອຮ່ວມມືໃຫ້ການສະໜັບສະໜູນໃນການພັດທະນາສະໂມສອນ ດອກປີກໄກ່ ແລັບດອກ ເພື່ອປັ້ນນັກກິລາເຍົາວະຊົນ-ໄວໜຸ່ມລາວໃຫ້ກ້າວຂຶ້ນສູ່ທີມຊາດໃນອະນາຄົດ ກໍຄື ກາຍເປັນນັກກິລາດອກປີກໄກ່ມືອາຊີບໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version