Home ຂ່າວຕ່າງປະເທດ ຜູ້ມີສິດເລືອກຕັ້ງ ຣັດເຊຍ ຫລາຍກວ່າ 3 ລ້ານຄົນ ຈົດທະບຽນປ່ອນບັດແບບທາງໄກ

ຜູ້ມີສິດເລືອກຕັ້ງ ຣັດເຊຍ ຫລາຍກວ່າ 3 ລ້ານຄົນ ຈົດທະບຽນປ່ອນບັດແບບທາງໄກ

0
(FILES) In this file photo taken on August 23, 2021 Russian President Vladimir Putin delivers a speech during the opening ceremony of the International Military-Technical Forum "Army-2021" held in the Patriot Park, in Kubinka outside Moscow. - Russian President Vladimir Putin announced a "military operation" in Ukraine on February 24, 2022 and called on soldiers there to lay down their arms, defying Western outrage and global appeals not to launch a war. (Photo by Ramil SITDIKOV / SPUTNIK / AFP)

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກະຊວງ ພັດທະນາ ດີຈີຕອນ ຂອງຣັດເຊຍ ເປີດເຜີຍວ່າ: ຜູ້ມີສິດ ເລືອກຕັ້ງ ຫລາຍກ່ວາ 3 ລ້ານຄົນ ຂອງຣັດເຊຍ ໄດ້ຈົດທະບຽນ ປ່ອນບັດ ແບບທາງໄກ ໃນການເລືອກຕັ້ງ ປະທານາທິບໍດີ ຣັດເຊຍ ໂດຍນຳໃຊ້ ການບໍລິການ “ຜູ້ມີສິດ ເລືອກຕັ້ງ ເຄື່ອນທີ” ໃນປະຕູຖານ ການບໍລິການແຫ່ງລັດ. ເພື່ອປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ບໍ່ແມ່ນຢູ່ສະຖານທີ່ ລົງທະບຽນ ແຕ່ແມ່ນຕາມສະຖານທີ່ ສະດວກ, ຜູ້ມີສິດເລືອກຕັ້ງ ກໍ່ສາມາດ ສົ່ງໃບລົງທະບຽນ ຜ່ານປະຕູ ຖານການບໍລິການ ແຫ່ງລັດ. ໂດຍພົນລະເມືອງ ຣັດເຊຍ ອາດຈະສົ່ງ ໃບລົງທະບຽນ ເລືອກຕັ້ງ ແບບທາງໄກ ຂອງຕົນ ຮອດເວລາ 23 ໂມງ 59 ນາທີ ຂອງວັນທີ 11 ມີນານີ້ ຕາມເວລາ ມົດສະກູ.

ຄາດວ່າ ການເລືອກຕັ້ງປະທານາທິບໍດີລັດເຊຍ ໄດ້ຈັດຂຶ້ນ ແຕ່ວັນທີ 15 ມີນາ -17 ມີນາ. ການເລືອກຕັ້ງທາງໄກຈະດຳເນີນໃນ 29 ເຂດ ໃນທົ່ວປະເທດ. ມີຜູ້ສະໝັກ ເລືອກຕັ້ງ 4 ທ່ານ ໂດຍຄະນະ ກຳມະການ ເລືອກຕັ້ງສູນກາງຈົດທະບຽນ ເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະກອບມີ: ທ່ານ ລີໂອນິດ ສະລັກສະກີ(Leonid Slutsky), ທ່ານ ນິກໂຄລາຍ ຄາຣິດໂຕນໍຟ(Nikolai Kharitonov), ທ່ານວາດິສລາຟ ດາວັນຄໍຟ ( Vladislav Davankov) ແລະ ທ່ານ ວາລາດີເມຍ ປູຕີນ(Vladimir Putin) ປະທານາທິບໍດີ ຄົນປັດຈຸບັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version