Home ຂ່າວຕ່າງປະເທດ ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີຕິນິບຸກຄົນ-ເກັບພາສີ ຄົນຮັ່ງມີເພີ່ມຂຶ້ນ

ຜູ້ນຳ ສ.ອາເມລິກາ ຈະຂຶ້ນພາສີຕິນິບຸກຄົນ-ເກັບພາສີ ຄົນຮັ່ງມີເພີ່ມຂຶ້ນ

0

ສຳນັກຂ່າວCNBC, ທ່ານ ໂຈ ໄບເດນ, ປະທານາທິບໍດີ ສ.ອາເມລິກາ ຖະແຫລງ ນະໂຍບາຍ ປະຈຳປີ(State of the Union) ຕໍ່ລັດຖະສະພາ ເມື່ອບໍ່ດົນມານີ້ ໂດຍຈະຂຶ້ນພາສີ ຕິນິບຸກຄົນ ແລະ ເກັບພາສີ ຄົນຮັ່ງມີ ເພີ່ມຂຶ້ນອີກ ເພື່ອຫວັງ ກະຕຸ້ນ ເສດຖະກິດ. ສຳລັບ ພາສີ ມະຫາເສດຖີ(Billionaire tax) ເປັນການ ເກັບພາສີ ຂັ້ນຕ່ຳ 25%ຂອງລາຍໄດ້ ທີ່ຍັງບໍ່ເກີດຂຶ້ນ ສຳລັບ ຄອບຄົວ ທີ່ມີລາຍໄດ້ກວ່າ 100 ລ້ານໂດລາ ສະຫະລັດ. ນອກນີ້ ຍັງຢຸດ ມາດຕະການ ຫລຸດຜ່ອນ ພາສີ ສຳລັບ ຜູ້ມີລາຍໄດ້ ບໍ່ເກີນ 1 ລ້ານໂດລາ ສະຫະລັດ ລວມທັງ ຍົກເລີກ ມາດຕະການ ທາງພາສີ ທີ່ເອື້ອຍອຳນວຍຕໍ່ ບໍລິສັດ ການຢາ ແລະ ນ້ຳມັນ ຂະໜາດໃຫຍ່ ລວມທັງ ຜູ້ຄອບຄອງ ເຮືອບິນສ່ວນຕົວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version