Home ແຈ້ງການສໍາຄັນ ສະພາບອາກາດ ເຊົ້າວັນທີ 12 ມີນາ 2024

ສະພາບອາກາດ ເຊົ້າວັນທີ 12 ມີນາ 2024

0

ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອນກໍາລັງລົງຍັງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເໜືອປົກຄຸມ. ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກໃນລະ ດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ. ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ. ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ, ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີລົມພັດ ແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version