Home ຂ່າວໜ້າໜຶ່ງ ທູດສິງກະໂປ ຈັດງານລ້ຽງສະຫລອງວັນຊາດ ຄົບຮອບ 58 ປີ

ທູດສິງກະໂປ ຈັດງານລ້ຽງສະຫລອງວັນຊາດ ຄົບຮອບ 58 ປີ

0

ສະຖານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ໄດ້ຈັດງານສະເຫລີມສະຫລອງວັນ ຊາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 58 ປີ ໃນວັນທີ 6 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຊຸເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສາຍພົວພັນລະຫວ່າງ ສາທາລະນະລັດ ສິງກະໂປ ແລະ ສປປ ລາວ ກໍຄື ປະຊາຊົນສອງຊາດ ກໍໄດ້ຮັບການຮັດແໜ້ນຍິ່ງຂຶ້ນ. ນັບຕັ້ງແຕ່ ການຍົກເລີກຂໍ້ຈໍາກັດການເດີນທາງ ໃນປີ 2022, ນັກສຶກສາຈໍານວນ 8 ກຸ່ມ ແລະ ຄະນະທ່ານໝໍສອງຄະນະຈາກ ສິງກະໂປ ໄດ້ມາຢ້ຽມຢາມ ປະເທດລາວ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ໄດ້ຮັບຄວາມສະດວກສະບາຍຍິ່ງຂຶ້ນ ເມື່ອການໄປມາຫາສູ່ກັນ ລະຫວ່າງ ສິງກະໂປ-ນະຄອນຫວງວຽງຈັນ ໄດ້ກັບມາຟົດຟື້ນຄົນໃໝ່, ລວມທັງສາຍການບິນ ສະຫລຸດໂຕ້ ກັບມາບິນ 3 ຖ້ຽວຕໍ່ອາທິດ. ການຮ່ວມມືດ້ານການຍົກລະດັບຄວາມອາດສາມາດໃຫ້ແກ່ພະນັກງານຂອງລາວ ພາຍໃຕ້ແຜນງານຮ່ວມມືສິງກະໂປ ຫລື (SCP) ແມ່ນເລີ່ມໃນປີ 1997 ປີດຽວກັນ ທີ່ ສປປ ລາວ ເຂົ້າເປັນສາມາຊິກ ອາຊຽນ, ຕັ້ງແຕ່ປີ 2019 ເປັນຕົ້ນມາ ການຝຶກອົບຮົມຈໍານວນໜຶ່ງ ໄດ້ຈັດຂຶ້ນ ທີ່ສູນຮ່ວມມືລາວ-ສິງກະໂປ ຫລື (LSCC) ນະຄອນຫລວງວຽງຈັນ ເຖິງປັດຈຸບັນ, ພະນັກງານລັດລາວ 16.000 ທ່ານ ໄດ້ເຂົ້າຮວມຝຶກອົບຮົມ ພາຍໃຕ້ແຜນງານຮ່ວມມືສິງກະໂປ; ພ້ອມນີ້ ຍັງມີຂອບການຮ່ວມມືສອງຝ່າຍ ຂົງເຂດວຽກງານອື່ນໆ ເປັນຕົ້ນ ມີບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການປົກປ້ອງສົ່ງແວດລ້ອມ, ການປ່ຽນແປງອາກາດ ແລະ ການບໍລິຫານຈັດການຊັບພະຍາກອນນໍ້າ ທີ່ໄດ້ເຊັນ ໃນເດືອນກັນຍາ ຜ່ານມາ ເພື່ອສະໜອງຄວາມສະດວກໃນການແລກປ່ຽນຄວາມຮູ້, ປະສົບການໃຫ້ແກ່ນັກທຸລະ ກິດ; ດ້ານສາທາລະນະສຸກ, ມະຫາວິທະຍາໄລ ແຫ່ງຊາດສິງກະໂປ ຄະນະວິທະຍາສາດສຸຂະພາບ ສໍ ສະດີ ຮອກ ໄດ້ເປີດຫ້ອງການ ທີ່ປະເທດລາວ ໃນ ເດືອນກຸມພາ 2023 ຜ່ານມາ ແລະ ການຮ່ວມືໃນຂະແໜງການດີຈິຕອນເປັນຂະແໜງການທີ່ພົ້ນເດັ່ນ. ພ້ອມນີ້ ສິງກະໂປ ແລະ ສປປ ລາວ ທີ່ກຳລັງເພີ່ມທະວີສາຍພົວພັນຮ່ວມມື ໃນຂອບສອງຝ່າຍຢ່າງມີໝາກຜົນ ໂດຍການປະຕິບັດຫລາຍໂຄງການ ເພື່ອເຊື່ອມໂຍງ ລະຫວ່າງສອງປະເທດ ແລະ ອື່ນໆ.

ທ່ານ ຊຸເດສ ມາເນຍ ໄດ້ກ່າວຕື່ມວ່າ: ປີ 2024 ເປັນປີທີ່ສໍາຄັນລະຫວ່າງ ສິງກະໂປ ແລະ ສປປ ລາວ ຈະຮ່ວມກັນສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ສິງກະໂປ ສືບຕໍ່ໄດ້ຮັບການເສີມຂະ ຫຍາຍໃນຊຸມປີຜ່ານມາ ແລະ ມີການແລກປ່ຽນຢ້ຽມຢາມ ຂອງການນຳ, ເປັນປົກກະຕິ ເຊັ່ນ: ທ່ານ ພັນຄໍາ ວິພາວັນອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມສິງກະໂປ ຢ່າງເປັນທາງການໃນເດືອນກັນຍາ 2022, ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ພົບປະສອງຝ່າຍກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງການຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ປະເທດອິນໂດເນເຊຍ ໃນເດືອນພຶດສະ ພາ 2023, ທ່ານ ຊັນດາເຣສ ເມນ້ອນ ປະທານສານສູງສຸດສິງກະໂປ ຢ້ຽມຢາມ ສປປ ລາວ ໃນເດືອນທີ່ຜ່ານມາ ແລະ ທ່ານ ນາງ ເກຣສ ຟູ ລັດຖະມົນຕີກະຊວງຄວາມຍືນຍົງ ແລະ ສິ່ງແວດລ້ອມ ສິງກະໂປ ກໍເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ໃນເດືອນສິງຫາ ຜ່ານມາ ແລະ ໃນເດືອນກັນຍາ ຜ່ານມາ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫາພັນແມ່ຍິງລາວ ກໍໄດ້ເດີນທາງໄປຢ້ຽມຢາມສິງກະໂປ ຕາມການເຊີນຂອງ ທ່ານ ກ້ອສ ຊຸກີຟລີ ລັດຖະມົນຕີກະຊວງກິດຈະການສັງຄົມ ແລະ ຄອບຄົວ. ພ້ອມນີ້ ຈະມີການຢ້ຽມຢາມຂອງການນໍາຂັ້ນສູງ ຕື່ມອີກໃນປີໜ້າ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version