Home ຂ່າວໜ້າໜຶ່ງ ປະຫວັດຫຍໍ້ ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

ປະຫວັດຫຍໍ້ ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ

0

ຊື່ ແລະ ນາມະສຸນ: ທ່ານ ນ. KAMIKAWA Yoko (ຄາມິກາວະ ໂຢໂກະ)

ວັນເດືອນປີເກີດ: 01 ມີນາ 1953 (ອາຍຸ: 70 ປີ)

ສັງກັດ: ພັກເສລີປະຊາທິປະໄຕຍີ່ປຸ່ນ (LDP), ສະມາຊິກສະພາຜູ້ແທນຣາຊະດອນ (ສະພາຕໍ່າ).

ຮັບຕໍາແໜ່ງສໍາຄັນຜ່ານມາ: ວ່າການເລຂາທິການພັກ LDP; ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະ ບານ ABE ແລະ ຄະນະລັດຖະບານ SUGA) ແລະ ອື່ນໆ.

ການສຶກສາ: – ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ, Harvard University.

– ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລໂຕກຽວ.

– ເດືອນມີນາ 1977 ຈົບການສຶກສາລະດັບປະລິນຍາຕີ, ມະຫາວິທະຍາໄລ ໂຕກຽວ

– ເດືອນມິຖຸນາ 1988 ຈົບການສຶກສາລະດັບປະລິນຍາໂທ ດ້ານການບໍລິຫານລັດ, Harvard University

-ເດືອນທັນວາ 1988 ປະທານ ບໍລິສັດ Globalink Research Institute ມະຫາຊົນ

– ເດືອນມິຖຸນາ 2000 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທໍາອິດ

– ເດືອນພະຈິກ 2003 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 2

– ປີ 2000-2004 ຮອງປະທານ ກອງປະຊຸມແມ່ຍິງຂອງ IPU (Inter-Parliamentary Union)

– ເດືອນກັນຍາ 2005 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 3

– ເດືອນພະຈິກ 2005 ຮອງລັດຖະມົນຕີກະຊວງພາຍໃນ ແລະ ການສື່ສານ

– ເດືອນພະຈິກ 2006 ຮອງປະທານຄະນະຄົ້ນຄວ້ານະໂຍບາຍພັກ LDP

– ເດືອນສິງຫາ 2007 ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮັບ ຜິດຊອບ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານສັງຄົມຕ່າງໆ.

– ເດືອນມີນາ 2008 ລັດຖະມົນຕີຮັບຜິດຊອບວຽກງານການຄຸ້ມຄອງ ເອກະ ສານແຫ່ງຊາດ (ຄະນະລັດຖະບານ FUKUDA)

– ເດືອນທັນວາ 2012 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 4

– ເດືອນກັນຍາ 2013 ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ການສື່ສານ

– ກັນຍາ 2014 ປະທານຫ້ອງການສົ່ງເສີມການເຄື່ອນໄຫວຂອງແມ່ຍິງຂອງ ພັກ LDP ປະທານກໍາມະການແຮງງານ ແລະ ສະຫວັດດີການສັງຄົມ ສະພາ ຕໍ່າ

– ເດືອນຕຸລາ 2014 ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດຖະ ບານ ABE ຊຸດທີ 2)

– ເດືອນທັນວາ 2014 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 5;

ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ ABE ຊຸດທີ 3)

– ເດືອນມັງກອນ 2016 ປະທານຄະນະຄົ້ນຄວ້າລະບົບຕຸລາການ ພັກ LDP

– ເດືອນສິງຫາ 2017 ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດ ຖະບານ ABE ຊຸດທີ 3)

– ເດືອນຕຸລາ 2017 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 6

– ເດືອນພະຈິກ 2017 ລັດຖະມົນຕີກະຊວງຍຸຕິທໍາ (ການປັບປຸງຄະນະລັດ ຖະບານ ABE ຊຸດທີ 4)

– ເດືອນກັນຍາ 2020 ລັດຖະມົນຕີກະຊວງຍຸຕິທໍາ (ຄະນະລັດຖະບານ SUGA)

– ປີ 2021 ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາຕໍ່າ ຄັ້ງທີ 7 ວ່າການເລຂາ ທິການພັກ LDP

– ເດືອນກັນຍາ 2023 ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນ ລັດຖະມົນຕີກະຊວງ ການຕ່າງປະເທດ (ການປັບປຸງຄະນະລັດຖະບານ Kishida ຊຸດທີ 2)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version