Home ຂ່າວໜ້າໜຶ່ງ ສະເຫລີມສະຫລອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ

ສະເຫລີມສະຫລອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ

0

ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດງານລ້ຽງສະເຫລີມສະຫລອງຄູ່ຮ່ວມພັດທະນາ ລະຫວ່າງ ອິນເດຍ-ສປປ ລາວ ແລະ ໂຄງການການຮ່ວມມືດ້ານເຕັກນິກ-ເສດຖະກິດ ອິນເດຍ (ITEC) ໃນວັນທີ 6 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອເປັນການພົບປະແລກປ່ຽນປະສົບການ ກັບບັນດາສິດເກົ່ານັກສາສຶກ ໂຄງການ ITEC ແລະ ການສະໜອງທຶນການສຶກສາໄລຍະຍາວ (ICCR).

ທ່ານ ພຸດ ສິມມາລະວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການສ້າງຕັ້ງສາຍພົວພັນດ້ານການທູດ ລະຫວ່າງ ລາວ-ອິນເດຍ ສ້າງຕັ້ງຂຶ້ນຕັ້ງແຕ່ປີ 1956, ມີການແລກຢປ່ຽນຢ້ຽມຢາມການນຳລະດັບສູງ ລະຫວ່າງສອງປະເທດ, ຮ່ວມແບ່ງປັນສາຍພົວພັນມິດຕະພາບທີ່ຍາວນານ ແລະ ຕ່າງຝ່າຍຕ່າງຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໄລຍະຜ່ານມາ, ລັດຖະບານອິນເດຍ ໄດ້ຊ່ວຍເຫລືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ ພາຍໃຕ້ໂຄງການການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດ ອິນເດຍ. ພ້ອມທັງສະໜອງທຶນໄລຍະສັ້ນ, ໄລຍະຍາວ ລວມທັງໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ພະນັກງານ-ລັດຖະກອນລາວ ເພື່ອຝຶກອົບຮົມໃນຫລັກສູດຕ່າງໆ ຢູ່ປະເທດອິນເດຍ ຕິດພັນກັບການຊ່ວຍເຫລືອຮ່ວມມືດ້ານເຕັກນິກ ແລະ ວິຊາການ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງດ້ານການພັດທະນາຊັບພະຍາກອນມະນຸດຂອງລາວ.

ທ່ານ ປຣາຊານ ອາກຣາວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ປະເທດອິນເດຍ ແລະ ປະເທດລາວ ໄດ້ຮ່ວມປະຫວັດສາດການເຊື່ອມໂຍງ ດ້ານສາສະໜາ, ວັດທະນາທຳ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນ ກັບປະຊາຊົນທີ່ຍາວນານກວ່າ 2.500 ປີ. ການສ້າງຕັ້ງສາຍພົວພັນທາງດ້ານການທູດຕັ້ງແຕ່ປີ 1956 ລະຫວ່າງສອງປະເທດຂອງພວກເຮົາ. ການຮ່ວມມືດ້ານພັດທະນາປະເທດອິນເດຍ ກັບ ສປປ ລາວ ປະກອບມີ 3 ພາກສ່ວນຫລັກກໍຄື: ໂຄງການຝຶກອົບຮົມການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາກອນທີ່ມີຊື່ວ່າ ໂຄງການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດອິນເດຍ ແລະ ການສະໜອງທຶນການສຶກສາໄລຍະຍາວ, ໂຄງການວົງເງິນສິນເຊື່່ອ (LOC) ຫລື ເງິນກູ້ດອກເບ້ຍຕໍາ, ການສ້າງສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ, ສູນຝຶກອົບຮົມ ແລະ ພັດທະນາ ຊອບແວ ລາວ-ອິນເດຍ ແລະ ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍ. ພ້ອມກັນນັ້ນ, ຍັງມີໂຄງການອະນຸລັກບູລະນະຟື້ນຟູເມືອງມໍລະດົກ ທີ່ຮັບຮອງໂດຍອົງການ UNESCO ເຊັ່ນ: ວັດພູຈຳປາສັກ ໂດຍຜູ້ຊ່ຽວຊານນັກສຳຫລວດ ດ້ານບູຮານນະຄະດີ ພາຍໃຕ້ໂຄງການ ITEC ອີກດ້ວຍ.

ໂຄງການການຝຶກອົບຮົມ ການສ້າງຄວາມອາດສາມາດ ແລະ ຍົກລະດັບບຸກຄະລາກອນ ITEC ແມ່ນເລີ່ມຂຶ້ນຕັ້ງແຕ່ເດືອນກັນຍາ 1964 ມີຈຸດປະສົງແບ່ງປັນປະສົບການ ແລະ ພັດທະນາ ໃຫ້ແກ່ບັນດາປະເທດກຳລັງພັດທະນາ ບົນຫລັກການການຮ່ວມມື ແລະ ຄູ່ຮ່ວມພັດທະນາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ທີ່ສາມາດຍົກລະດັບທັກສະເປົ້າໝາຍຄວາມອາດສາມາດ ໃນການພັດທະນາອາຊີບຂອງພະນັກງານ ທີ່ກ່ຽວຂ້ອງກັບໜ້າວຽກທີ່ຕົນເອງຮັບຜິດຊອບ. ປັດຈຸບັນ ມີພະນັກງານ ແລະ ນັກສຶກສາລາວຫລາຍກວ່າ 1.500 ຄົນ ໄດ້ເຂົ້າຮ່ວມໂຄງການດັ່ງກ່າວ. ປະເທດອິນເດຍຈະສືບຕໍ່ເປັນຄູ່ຮ່ວມພັດທະນາກັບ ສປປ ລາວ ແລະ ຫວັງຢ່າງຍິ່ງວ່ານັກສຶກສາ, ພະນັກງານ-ລັດຖະກອນ ແລະ ອາຈານ ລາວ ຈະເຂົ້າຮ່ວມໂຄງການດັ່ງກ່າວຫລາຍຍິ່ງຂຶ້ນໃນອະນາຄົດ, ເຊິ່ງພາກສ່ວນຝຶກອົບຮົມປະກອບມີ: ປັນຍາປະດິດ (AI), ຫຸ່ນຍົນ, ການສ້າງພື້ນຖານໂຄງລ່າງດີຈິຕອນ ແລະ ອາວະກາດ.

ໃນໂອກາດດຽວກັນ, ທ່ານທູດ ປຣາຊານ ອາກຣາວາລ ຕາງໜ້າໃຫ້ລັດຖະບານອິນເດຍ ມອບປີ້ຍົນໃຫ້ນັກສາສຶກ ແລະ ພະນັກງານຂອງລາວ ທີ່ໄດ້ທຶນໄປຝຶກອົບຮົມໄລຍະສັ້ນ ຢູ່ນ້ອຍດາ ປະເທດອິນເດຍ ຈຳນວນ 5 ຄົນຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version