Home ຂ່າວພາຍໃນ 4 ແຂວງພາກໃຕ້ ແລກປ່ຽນບົດຮຽນ ກ່ຽວກັບວຽກງານ ສພຂ

4 ແຂວງພາກໃຕ້ ແລກປ່ຽນບົດຮຽນ ກ່ຽວກັບວຽກງານ ສພຂ

0

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມພົບປະແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ (ສພຂ) 4 ແຂວງພາກໃຕ້ ຄື: ແຂວງເຊກອງ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ຈັດຂຶ້ນໃນວັນທີ 5 ຕຸລາ 2023 ທີ່ແຂວງກອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງເຊກອງ, ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ສາຍທອງ ໄຊຍະວົງ ຮອງປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ສຸກສຳລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງອັດຕະປື, ມີຮອງປະທານ, ຄະນະປະຈຳ, ຄະນະເລຂາທິການ, ຄະນະກຳມະການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ດົງເພັດ ພະຍົນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມພົບແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ຫົວຂໍ້ທີ່ສະປະຊາຊົນແຂວງເຊກອງ ຕັ້ງຂຶ້ນ ແລະ ວຽກງານອື່ນໆທີ່ພົ້ນເດັ່ນ ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຈະເສີມຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂ ເພື່ອປັບປຸງແບບແຜນນຳພາ-ວິທີເຮັດວຽກ ຂອງສະພາປະຊາຊົນແຂວງຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.

ໂອກາດນີ້, ຮອງປະທານສະພາປະຊາຊົນແຂວງ 4 ແຂວງ ກໍໄດ້ຂຶ້ນລາຍງານ ສະພາບລວມຂອງແຂວງຕົນທາງດ້ານທີ່ຕັ້ງ, ຍຸດທະສາດ, ການພັດທະນາພື້ນຖານໂຄງລາງເສດຖະກິດ-ສັງຄົມທີ່ເປັນທ່າແຮງ ແລະ ພ້ອມກັນຄົ້ນຄວ້າປຶກສາຫາລື ປະກອບຄຳຄິດຄຳເຫັນ ກ່ຽວກັບການເຄື່ອນໄຫວວຽກງານຕ່າງໆ ເປັນຕົ້ນ ການຈັດຕັ້ງປະຕິບັດຂັ້ນຕອນ, ວິທີການ, ການດຳເນີນການລົງຄະແນນສຽງ ຮັບຮອງຜົນການເລືອກຕັ້ງ ຂອງບຸກຄະລາກອນທີ່ສະພາເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ; ວຽກງານການເປັນເສນາໃນການປະສານງານ ຂອງຄະນະເລຂາທິການກັບພາກສ່ວນກ່ຽວຂ້ອງ ໃນການລົງພົບປະ, ຜັນຂະຫຍາຍ ແລະ ຕິດຕາມກວດກາ; ວຽກງານການແກ້ໄຂຄຳສະເໜີ, ຄຳຮ້ອງທຸກ ແລະ ສາຍດ່ວນ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ຕົກລົງມອບໃຫ້ ສພຂ ແຂວງຈຳປາສັກ ເປັນເຈົ້າພາບຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນຂອງສະພາປະຊາຊົນແຂວງ 4 ແຂວງພາກ ໃຕ້ໃນປີຕໍ່ໄປ.

ຂ່າວ: ບູ້ສຸວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version