Home ຂ່າວໜ້າໜຶ່ງ ສສກ ສະຫລອງວັນຄູແຫ່ງຊາດ ຄົບຮອບ 29 ປີ ທົ່ວປະເທດ

ສສກ ສະຫລອງວັນຄູແຫ່ງຊາດ ຄົບຮອບ 29 ປີ ທົ່ວປະເທດ

0

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທົ່ວປະເທດ ໃນວັນທີ 6 ຕຸລາ 2023 ທີ່ຫ້ອງປະຊຸມກະຊວງ ສສກ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດການນໍາກະຊວງສຶກສາທິການ ແລະ ກິລາ, ພະນັກງານອາວຸໂສບໍານານ, ຮອງລັດຖະມົນຕີ, ຄະນະນໍາຈາກພາກສ່ວນຕ່າງໆ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນທົ່ວປະເທດ, ບັນດາພະນັກງານ, ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ອອນລາຍ.

ໃນພິທີ, ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ໃນແຕ່ລະປີ ທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫລີມສະຫລອງວັນຄູແຫ່ງຊາດທຸກໆປີ ເພື່ອປຸກລະດົມຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງອອກເຖິງການສົ່ງເສີມ, ເຊີດຊູບົດບາດ, ກຽດສັກສີຂອງຄູອາຈານໃຫ້ສູງຂຶ້ນ, ຖືໂອກາດນີ້ ເປັນການໂຄສະນາ ເຜີຍແຜ່ຜົນງານການປະດິດຄິດແຕ່ງ ແລະ ເສຍສະລະເຫື່ອແຮງ ສະຕິປັນຍາຂອງຄູ-ອາຈານໃຫ້ທຸກຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານຂອງຄູ, ພ້ອມທັງສະແດງອອກເຖິງຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນຕໍ່ຄູ-ອາ ຈານ ທີ່ໄດ້ສິດສອນໃຫ້ຄວາມຮູ້ແກ່ຕົນ ນັບແຕ່ອະດີດ ກໍຄື ປັດຈຸບັນ. ຕະຫລອດໄລຍະທີ່ຜ່ານມາ ບໍ່ວ່າຢູ່ໃນໄລຍະການປະຕິວັດຊາດ ປະຊາທິປະໄຕ ກໍຄື ໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໄດ້ມີຄວາມພະຍາຍາມສູງໃນການເອົາໃຈໃສ່ພັດທະນາການສຶກສາ, ທັງທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຂະຫຍາຍຕາໜ່າງການສຶກສາໄປໃນທົ່ວທຸກທ້ອງຖິ່ນ ລວມທັງເຂດພູດອຍຫ່າງໄກສອກຫລີກ, ປະຊາຊົນໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນບຳລຸງໂດຍທົ່ວໄປ ກວມຈຳນວນປະຊາກອນສ່ວນຫລາຍ, ຄຸນນະພາບຂອງການສຶກສາກໍໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ທັງໝົດນັ້ນ, ແມ່ນຍ້ອນການປະກອບສ່ວນເປັນກຳລັງແຮງສຳຄັນຕົ້ນຕໍ ມາຈາກພະນັກງານຄູ-ອາຈານຂອງພວກເຮົາ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຂົ້າໃນວຽກງານດັ່ງກ່າວຢ່າງສຸດຄວາມສາມາດ. ໃນສົກຮຽນຜ່ານມາ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທາທາຍຫລາຍຢ່າງກໍຕາມ, ແຕ່ຄູອາຈານຍັງໄດ້ພ້ອມກັນອົດທົນຜ່ານຜ່າບັນດາອຸປະສັກຕ່າງໆ ນັບແຕ່ການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດ ທະຍົມສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ, ທັງໃນຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫລີກ, ຄູໄດ້ເອົາໃຈໃສ່ສິດສອນລູກຫລານຂອງປະຊາຊົນບັນດາ ເຜົ່າຢ່າງບໍ່ຮູ້ອິດເມື່ອຍ, ເອົາໃຈໃສ່ຂຶ້ນຫ້ອງສິດສອນ, ຕິດຕາມ ແລະ ຊຸກຍູ້ຜູ້ຮຽນ, ນຳພານັກສຶກສາເຮັດການຄົ້ນ ຄວ້າ-ວິໄຈ, ໃຫ້ບໍລິການວິຊາການໃຫ້ແກ່ສັງຄົມ, ລົງໃກ້ຊິດກັບຊຸມຊົນ, ນຳພາພັດທະນາພື້ນຖານໂຄງລ່າງສະຖານການສຶກສາຂອງຕົນ, ພັດທະນາວິຊາຊີບຄູແບບຕໍ່ເນື່່ອງ ແລະ ອີກຫລາຍຢ່າງບໍ່ສາມາດກ່າວໄດ້ໝົດໃນທີ່ນີ້. ຕໍ່ຜົນງານ ແລະ ການປະກອບສ່ວນຢ່າງຫລວງຫລາຍດັ່ງກ່າວ ໄດ້ເຮັດໃຫ້ການສຶກສາພາຍຫລັງການລະບາດຂອງພະຍາດໂຄວິດ-19 ມີທ່ວງທ່າດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ.

ພ້ອມກັນນັ້ນ, ທ່ານລັດຖະມົນຕີ ກະຊວງ ສສກ ຍັງໄດ້ຕາງໜ້າໃຫ້ຄະນະນຳຂອງກະຊວງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄູ-ອາຈານທຸກທ່ານ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະ ຄວາມເອົາໃຈໃສ່ແກ່ລູກຫລານປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການສຶກສາຢ່າງເທົ່າທຽມ ແລະ ມີຄຸນນະພາບ, ຂໍຈົດຈຳຄຸນ ງາມຄວາມດີຂອງບັນດາທ່ານ, ຈະຄົ້ນຄວ້າທຸກທ່າແຮງເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ເພື່ອນຄູ, ຍົກສູງຊີວິດການເປັນຢູ່ຂອງຄູລາວໃຫ້ດີຂຶ້ນເທື່ອລະກ້າວ. ອວຍພອນແດ່ການນຳທຸກທ່ານ, ພະນັກງານບຳນານອາວຸໂສ ຕະ ຫລອດຮອດບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄຸນນະພາບສູງ, ສືບຕໍ່ປະຕິບັດໜ້າທີ່ທີ່ຊາດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສຳເລັດສູງ. ເຖິງຢ່າງໄດ້ກໍຕາມ, ໃນສະພາບປັດຈຸບັນ ແລະ ຕໍ່ໜ້າ, ພວກເຮົາຍັງຈະສືບຕໍ່ມີສິ່ງທາທາຍ ແລະ ຄວາມຫຍຸ້ງຍາກຫລາຍຢ່າງທີ່ຄູຂອງພວກເຮົາຈະຜະເຊີນໜ້າ, ຂໍໃຫ້ພວກເຮົາຈົ່ງພ້ອມກັນອົດທົນຜ່ານຜ່າ, ເພີ່ມທະວີຄວາມສາມັກຄີກັນໃນເພື່ອນອາຊີບຄູ, ພ້ອມກັນຝຶກຝົນຫລໍ່ຫລອມຕົນເອງທາງດ້ານວິຊາສະເພາະ, ການນຳໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດລູກຫລານປະຊາຊົນບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຮັກປະເທດຊາດ ຮັກບ້ານເກີດເມືອງນອນທີ່ແສນຮັກຂອງພວກເຮົາ ແລະ ມີຄວາມເປັນເລີດທາງດ້ານວິຊາການ.

ນອກຈາກນັ້ນ, ໃນພິທີ ຍັງໄດ້ຮັບຟັງສານອວຍພອນວັນຄູຂອງ ທ່ານ ນາຍົກລັດຖະມົນຕີ, ການປະກອບຄຳເຫັນຂອງຕົວແທນຄູໃນຂອບເຂດທົ່ວປະເທດ ແລະ ບົດອວຍພອນວັນຄູ ອີກດ້ວຍ.

ຂ່າວ-ພາບ: ໜັງສືພິມສຶກສາ-ກິລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version