Home ຂ່າວໜ້າໜຶ່ງ ຈົ່ງມີສະຕິລະວັງຕົວກ່ອນການຕັດສິນໃຈລົງທຶນ ຫລື ຝາກເງິນ ທີ່ໂຄສະນາຜ່ານສື່ສັງຄົມອອນລາຍ

ຈົ່ງມີສະຕິລະວັງຕົວກ່ອນການຕັດສິນໃຈລົງທຶນ ຫລື ຝາກເງິນ ທີ່ໂຄສະນາຜ່ານສື່ສັງຄົມອອນລາຍ

0

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕຳຫລວດ, ຕະຫລອດຮອດຜູ້ທີ່ຢູ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງບຸກຄົນ ທີ່ເຄື່ອນໄຫວໂຄສະນາລະດົມເງິນຝາກ ຜ່ານທາງສື່ສັງຄົມອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.

ໃນປັດຈຸບັນໄດ້ມີບຸກຄົນເຄື່ອນໄຫວລະດົມເງິນຝາກຜ່ານທາງສື່ສັງຄົມອອນລາຍ (Facebook) ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຊຶ່ງມີການກ່າວອ້າງ ແລະ ໂຄສະນາໃຫ້ຜົນຕອບແທນດອກເບ້ຍທີ່ສູງກວ່າເກນປົກກະຕິ ເມື່ອສົມທຽບກັບທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ຊຶ່ງການເຄື່ອນໄຫວດັ່ງກ່າວ ອາດນຳໄປສູ່ການສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນໃນສັງຄົມ ດັ່ງເຫດການທີ່ເກີດຂຶ້ນແລ້ວໃນໄລຍະຜ່ານມາ.

ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງທ່ານຈົ່ງມີສະຕິລະວັງຕົວ ກ່ອນການຕັດສິນໃຈລົງທຶນ ຫລື ຝາກເງິນ ຕາມການເຄື່ອນໄຫວໂຄສະນາໃນລັກສະນະດັ່ງກ່າວ ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version