Home ຂ່າວພາຍໃນ ທະນາຄານພັດທະນາອາຊີ ສະໜັບສະໜູນການຄຸ້ມຄອງໜີ້ສິນສາທາລະນະຢູ່ລາວ

ທະນາຄານພັດທະນາອາຊີ ສະໜັບສະໜູນການຄຸ້ມຄອງໜີ້ສິນສາທາລະນະຢູ່ລາວ

0

ໂອກາດເຂົ້າຮ່ວມກອງປະຊຸມ “ປຶກສາຫາລືລະດັບສູງກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີ້້ສິນສາທາລະນະຢູ່ ສປປ ລາວ”. ທີ່ດຳເນີນເປັນເວລາ 2 ວັນ ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ລະຫວ່າງວັນທີ 4-5 ຕຸລາ 20023 ທ່ານນາງ ເອັມມາ ວີເວ ຮອງຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງADBໃຫ້ຮູ້ວ່າ: “ການປຶກສາຫາລືລະດັບສູງໃນ 2 ວັນ ທີ່ຜ່ານມາແມ່ນມີສ່ວນຮ່ວມແລະ ມີເນື້ອໃນທີ່ສໍາຄັນ ເຊິ່ງຜົນໄດ້ຮັບຂອງກອງຊຸມ ຊ່ວຍໃຫ້ພາກລັດມີອົງປະກອບທີ່ຈຳເປັນໃນການຄຸ້ມຄອງໜີ້ສິນສາທາລະນະໃຫ້ມີປະສິດຕິພາບຫຼາຍຂຶ້ນ” ວຽກງານຂອງລັດຖະບານໃນຕໍ່ໜ້າແມ່ນການຜັນຂະຫຍາຍວິທີການປະຕິບັດທີ່ມີປະສິດຕິພາບ ທີ່ໄດ້ຖືກກໍານົດໄວ້ໃນນະໂຍບາຍສະເພາະໃນທັນທີ, ລວມທັງການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງຫນີ້ສິນສາທາລະນະ ແລະຜັນຂະຫຍາຍລາຍລະອຽດໃນຍຸດທະສາດໜີ້ສິນໄລຍະກາງ.”

ທ່ານນາງ ເອັມມາ ວີເວ ຮອງຫົວໜ້າກົມອາຊີຕາເວັນອອກສຽງໃຕ້ຂອງ ທະນາຄານພັດທະນາອາຊີ ຫລື ADBໃຫ້ຮູ້ອີກວ່າ: ADB ຈະສືບຕໍ່ສະໜັບສະໜູນກະຊວງການເງິນ, ບັນດາກະຊວງ ແລະ ສະຖາບັນຂອງລັດອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນສາທາລະນະຢູ່ໃນ ສປປ ລາວ ໂດຍມີການປຶກສາຫາລືຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ລວມທັງຜ່ານໂຄງການຊ່ວຍເຫຼືອທາງດ້ານວິຊາການຢ່າງຕໍ່ເນື່ອງ ແລະ ຜ່ານຍຸດທະສາດເພື່ອການຮ່ວມມືກັບປະເທດ ແຕ່ປີ 2024-2028 ຊຶ່ງແຜນຍຸດທະສາດນີ້ ຈະຜ່ານການຮັບຮອງ ຈາກສະພາບໍລິຫານຂອງ ADB ພາຍໃນຕົ້ນປີຫນ້າ. ADB ມີຄວາມມຸ່ງໝັ້ນຈະເຮັດໃຫ້ຂົງເຂດອາຊີ ແລະປາຊີຟິກບັນລຸຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ສາມາດປັບໂຕ ແລະຍືນຍົງ, ພ້ອມທັງຮັກສາຄວາມພະຍາຍາມຂອງຕົນ ໃນການລົບລ້າງຄວາມທຸກຍາກ. ADB ສ້າງຕັ້ງຂຶ້ນໃນປີ 1966, ມີ68 ປະເທດສາມາຊິກ ໃນນັ້ນ 49ປະເທດມາຈາກພາກພື້ນອາຊີ ແລະປາຊີຟິກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version