Home ຂ່າວໜ້າໜຶ່ງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Edgar Doerig, ຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ

ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Edgar Doerig, ຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ

0

ໃນວັນທີ 5 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Edgar Doerig, ຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ທີ່ຮ່າໂນ່ຍ, ຊຶ່ງໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 04-06 ຕຸລາ 2023. ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ Edgar Doerig, ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ, ຊຶ່ງມີຫ້ອງການຕັ້ງຢູ່ ຮ່າໂນ່ຍ, ປະເທດ ສສ. ຫວຽດນາມ, ແລະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທຳອິດນັບແຕ່ໄດ້ເຂົ້າຮັບຕຳແໜ່ງ ເຊິ່ງຖືເປັນຂີດໝາຍສຳຄັນ ແລະ ຄວາມເອົາໃຈໃສ່ຂອງອົງການ ຝຣັງໂກໂຟນີສາກົນ(Organisation International de la Francophonie-OIF) ທີ່ມີຕໍ່ບັນດາປະເທດສະມາຊິກຂອງອົງການ OIF ທີ່ພາກພື້ນອາຊີ-ປາຊີຟິກ ເວົ້າລວມ, ເວົ້າສະເພາະຕໍ່ ສປປ ລາວ, ແນໃສ່ເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງ ສປປ ລາວ ແລະ ອົງການ OIF ໃຫ້ນັບມື້ນັບດີຂື້ນ . ພ້ອມດຽວກັນນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງອົງການ OIF ຕະຫຼອດ ໄລຍະທີ່ຜ່ານມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນຂົງເຂດວຽກງານການສຶກສາ, ສາທາ ລະນະສຸກ ແລະ ຂະແໜງການອື່ນໆ ໂດຍສະເພາະແມ່ນການສົ່ງເສີມ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນດ້ານການນຳໃຊ້ພາສາຝຣັ່ງ.

ສ່ວນທ່ານ Edgar Doerig ກໍ່ໄດ້ສະແດງຄວາມຂອບໃຈ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ ການຮ່ວມມື ຢ່າງຕັ້ງໜ້າ ກັບບັນດາຂະແໜງການຕ່າງໆຂອງ ສປປ ລາວ, ພ້ອມທັງຊຸກຍູ້ໂຄງການ ການຮ່ວມມືຕ່າງໆໃຫ້ຫຼາຍຂື້ນ ໂດຍສະເພາະໂຄງການສົ່ງເສີມການຮຽນ-ການສອນພາສາຝຣັ່ງ ຢູ່ ສປປ ລາວ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ອວຍພອນໄຊໃຫ້ທ່ານ Edgar Doerig ປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນມີກຽດ ແລະ ສະແດງຄວາມຫວັງວ່າ ທ່ານຜູ້ຕາງໜ້າຫ້ອງການຂອງອົງການ ຝຣັງໂກໂຟນີສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນງານສະບັບ ໃໝ່ຂອງອົງການ OIF ສົກປີ 2024-2027 ຢ່າງມີຜົນສຳເລັດ. ພ້ອມທັງຊຸກຍູ້ໃຫ້ມີການສົ່ງເສີມ ແລະ ກຳນົດ ບູລິມະສິດໃນການຊ່ວຍເຫຼືອໃນການຝຶກອົບຮົມດ້ານພາສາຝຣັ່ງ ແລະ ການຊ່ວຍເຫຼືອດ້ານວິຊາການໃນຂະແໜງການຕ່າງໆ ສຳລັບ ສປປ ລາວ ໃນອະນາຄົດ.

ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ທີ່ເຕົ້າໂຮມເອົາບັນດາປະ ເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ, ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970, ຊຶ່ງປະຈຸບັນມີສະມາຊິກທັງໝົດ 88 ປະເທດ. ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມທົບຂອງອົງການຟຣັງໂກໂຟນີສາກົນໃນປີ 1972 ແລະ ໄດ້ເປັນສະມາຊິກສົມບູນຂອງອົງການ ດັ່ງກ່າວໃນປີ 1991. ຈຸດປະສົງການເຄື່ອນໄຫວຂອງອົງການດັ່ງກ່າວແມ່ນເພື່ອສົ່ງເສີມການນຳໃຊ້ພາສາ ຝຮັ່ງ, ຊຶ່ງປະຈຸບັນໃນທົ່ວໂລກມີຄົນນຳໃຊ້ພາສາຝຣັ່ງ ຫຼາຍກ່ວາ 300 ລ້ານຄົນໃນທົ່ວໂລກ, ການປົກປັກ ຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳ, ການຮ່ວມມືທາງດ້ານການຄ້າ ແລະ ອື່ນໆ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version