Home ຂ່າວໜ້າໜຶ່ງ ແຂວງສະຫວັນນະເຂດ ຖືກຮັບຮອງເປັນຫົວໜ່ວຍຍຸດທະສາດ

ແຂວງສະຫວັນນະເຂດ ຖືກຮັບຮອງເປັນຫົວໜ່ວຍຍຸດທະສາດ

0

ໃນຕອນເຊົ້າວັນທີ 4 ຕຸລາ 2023 ທີ່ແຂວງສະຫວັນນະເຂດ ໄດ້ຈັດພິທີປະ ກາດຮັບ ແລະ ມອບໃບຢັ້ງຢືນ ແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດ ທະສາດ ຕາມແຜນການຈັດຕັ້ງປະຕິບັດວຽກ ງານ ສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດ ທະນາ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານປົກຄອງ ແລະ ວັດທະນະທຳ-ສັງຄົມ; ມີທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ, ບັນດາທ່ານ ຮອງລັດ ຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ- ນະຄອນ ແລະ ບ້ານ ຈຳນວນໜຶ່ງ ພາຍໃນແຂວງສະຫວັນນະເຂດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ແລະ ການປະເມີນວຽກ ງານ 3 ສ້າງ ໄລຍະປີ 2016-2020 ເຫັນວ່າ ແຂວງໄດ້ປະຕິບັດຕາມທິດນໍາ, ມະຕິຂອງສູນກາງພັກ, ບົດແນະນໍາ ກ່ຽວກັບການປະເມີນຜົນ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ. ຜ່ານການປະ ເມີນຂັ້ນແຂວງ ຕາມມາດຖານເງື່ອນໄຂ ການສ້າງແຂວງເປັນຫົວໜ່ວຍຍຸດທະ ສາດ 7 ດ້ານ ແລະ 66 ຕົວຊີ້ບອກ, ແຂວງສະຫວັນນະເຂດ ບັນລຸໄດ້ 80% ຂຶ້ນໄປ ໃນ 7 ດ້ານ ເຊິ່ງສາມາດສ້າງ ແລະ ປະ ກາດເປັນແຂວງຫົວໜ່ວຍຍຸດທະສາດໄດ້; ຂັ້ນເມືອງ: ສາມາດສ້າງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານໄດ້ ປະກອບມີ: ນະຄອນໄກສອນພົມວິຫານ ແລະ ເມືອງສອງຄອນ ທີ່ບັນລຸ 80% ຂຶ້ນໄປ ໃນ 5 ດ້ານ 47 ຕົວຊີ້ບອກ, ສ່ວນອີກຈຳນວນ 13 ເມືອງ ແມ່ນບໍ່ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ ຍ້ອນຍັງບໍ່ສາມາດບັນລຸຕາມເງື່ອນໄຂ ໃນ 05 ດ້ານ 47 ຕົວຊີ້ບອກ; ແລະ ຂັ້ນບ້ານ: ການປະເມີນບ້ານໃນ ຈຳນວນ 1.032 ບ້ານ ສາມາດສ້າງເປັນບ້ານຫົວໜ່ວຍພັດທະນາໄດ້ ຈໍານວນ 291 ບ້ານ ໂດຍນອນຢູ່ໃນ 1 ນະ ຄອນ ແລະ 6 ເມືອງ ຄື: ນະຄອນໄກສອນພົມວິຫານ 67 ບ້ານ, ເມືອງຈໍາພອນ 31 ບ້ານ, ສອງຄອນ 78 ບ້ານ, ທ່າປາງທອງ 7 ບ້ານ, ອຸທຸມພອນ 70 ບ້ານ, ອາດສະພັງທອງ 23 ບ້ານ ແລະ ວິລະບູລີ 15 ບ້ານ. ຄຽງຄູ່ກັນນັ້ນ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກ ງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊີ້ນໍາທາງດ້ານວິຊາສະເພາະ ໃນແຕ່ລະຂະແໜງການ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ມີຄວາມຮັບຜິດຊອບສູງ; ອົງການປົກຄອງແຕ່ລະຂັ້ນ ໄດ້ຕັ້ງໜ້າຜັນຂະຫຍາຍບັນດານິຕິກຳ ກ່ຽວກັບວຽກ ງານ 3 ສ້າງເປັນອັນລະອຽດ, ສ້າງແຜນ ການ, ໂຄງການ ໃນການຈັດຕັ້ງປະຕິບັດແຕ່ລະໄລຍະ ເພື່ອໃຫ້ບັນລຸຕາມຈຸດປະ ສົງ, ເປົ້າໝາຍທີ່ວາງໄວ້; ການຈັດຕັ້ງທຸກຂັ້ນ ໄດ້ສຳເລັດບັ້ນດຳເນີນຊີວິດການເມືອງ, ປັບປຸງປົວແປງພັກ ເຊິ່ງເປັນເງື່ອນໄຂຍົກສູງບົດບາດການນຳພາຂອງພັກ ເຮັດໃຫ້ອົງການປົກຄອງແຕ່ລະຂັ້ນ ສາມາດຄຸ້ມຄອງ-ບໍລິຫານລັດ ດີຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນຳ ແຂວງສະຫວັນນະເຂດ ຕື່ມບາງດ້ານ ເປັນຕົ້ນ: ໃຫ້ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຂອງແຂວງ ສືບຕໍ່ຍົກສູງຄວາມຮັບຜິດ ຊອບ ການນຳພາ-ຊີ້ນຳ ວຽກງານການເມືອງແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ ແລະ ເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ; ຕິດຕາມ, ຊຸກຍູ້ ແລະ ຊີ້ນໍາເມືອງ ໃນການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕາມທິດ 3 ສ້າງ ຢ່າງແຂງ ແຮງ ແລະ ເລິກເຊິ່ງເຖິງຖອງ; ດຳເນີນການໂຄສະນາສຶກສາອົບຮົມການເມືອງແນວຄິດ ຕິດແໜ້ນກັບການປັບປຸງກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ; ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ຢ່າງເປັນເອກະພາບ ແລະ ເປັນປົກກະຕິຕໍ່ເນື່ອງ; ເອົາໃຈໃສ່ພັດທະນາຂົງເຂດວັດທະນະທຳ ໃຫ້ສົມຄູ່ກັບເສດຖະກິດ ໂດຍສະເພາະ ການສົ່ງເສີມການສຶກສາ ແລະ ການຂະຫຍາຍຕາໜ່າງການບໍລິການສາທາລະນະສຸກ ໃຫ້ທົ່ວເຖິງໃນແຕ່ລະບ້ານ; ສືບຕໍ່ຊຸກຍູ້, ສົ່ງເສີມ ບັນດາຂະແໜງການພາຍໃນແຂວງ ແລະ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຮາກຖານຂອງຕົນ ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງບ້ານເມືອງຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການວຽກງານຕ່າງໆ ທີ່ຄະນະພັກ-ອົງການປົກຄອງທ້ອງຖິ່ນວາງອອກ ຢ່າງແຂງແຮງ, ຕື່ນຕົວເປັນເຈົ້າການ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ -ສັງຄົມ ແລະ ຕັ້ງໜ້າປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ປັບປຸງອົງການຈັດຕັ້ງພັກ, ອົງການແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂອງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ ສາມາດເປັນໃຈກາງທາງດ້ານການເມືອງແນວຄິດ, ສຶກສາອົບຮົມ ແລະ ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ເພື່ອສ້າງພື້ນຖານອັນໜັກແໜ້ນ ຂອງລະບອບປະຊາທິປະໄຕປະຊາຊົນ; ສືບຕໍ່ປັບປຸງກົນໄກລະບອບແບບແຜນວິທີເຮັດວຽກຂອງຂະແໜງການຕ່າງໆພາຍໃນແຂວງ ໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ບໍລິການປະຊາຊົນ ດ້ວຍຄວາມວ່ອງໄວ ຕາມສິດ ແລະ ໜ້າທີ່ຂອງອົງການປົກຄອງແຂວງ; ຊຸກຍູ້, ສົ່ງເສີມ ສ້າງແຕ່ລະເຂດ ຕາມທ່າແຮງຂອງທ້ອງ ຖິ່ນ ໃຫ້ເປັນແຫຼ່ງການຜະລິດທາງດ້ານກະສິກຳສະອາດ ແລະ ຫັດຖະກຳທ້ອງ ຖິ່ນ ທີ່ມີຄຸນນະພາບ ເພື່ອການສົ່ງອອກ; ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ຢືດໝັ້ນ ແລະ ເຂົ້າຮ່ວມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເຮັດໃຫ້ທ້ອງຖິ່ນຮາກຖານຕົນ ມີຄວາມສະຫງົບປອດໄພ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version