Home ຂ່າວໜ້າໜຶ່ງ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ຕ້ອງຮັບຜິດຊອບຕາມກົດໝາຍ

ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ຕ້ອງຮັບຜິດຊອບຕາມກົດໝາຍ

0

ໃນປັດຈຸບັນ ການນຳໃຊ້ໂທລະສັບມືຖື ບໍ່ແມ່ນພຽງແຕ່ຊ່ອງທາງດຽວໃນການໂທ ຫລື ສົ່ງຂໍ້ຄວາມຜ່ານເຄືອຂ່າຍໂທລະສັບເທົ່ານັ້ນ ແຕ່ເຮົາຍັງສາມາດໂທ ແລະ ສົ່ງຂໍ້ຄວາມຜ່ານເຄືອຂ່າຍ ສື່ສັງຄົມອອນລາຍ ຫລື ທີ່ເອີ້ນວ່າ Social Network ຊຶ່ງການ ນໍາໃຊ້ສື່ສັງຄົມອອນລາຍໃນການໂທ ແລະ ສົ່ງຂໍ້ຄວາມນີ້ ມີຄວມສະດວກສະບາຍ, ວ່ອງໄວ ແລະ ທີ່ສໍາຄັນແມ່ນມີລາຄາຖືກ. ການນໍາໃຊ້ສື່ສັງຄົມອອນລາຍ ນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງມີທ່າທີເພີ່ມຂຶ້ນເລື້ອຍໆ ໂດຍສັງເກດຈາກສະຖິຕິການນຳ ໃຊ້ສື່ສັງຄົມ ອອນລາຍໃນແຕ່ລະປີ ສະແດງໃຫ້ເຫັນວ່າ ສື່ສັງຄົມອອນລາຍມີຂໍ້ດີຢ່າງຫລວງຫລາຍ ໂດຍສະເພາະ ເປັນຊ່ອງທາງຊ່ວຍໃນການຕິດຕໍ່ສື່ສານ ແລະ ສ້າງຄວາມສໍາພັນ ລະຫວ່າງ ບຸກຄົນ, ກຸ່ມຄົນ ເພຶ່ອເຜີຍແຜ່ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້, ການໂຄສະນາ ແລະ ປະຊາສໍາພັນ ທີ່ເປັນປະໂຫຍດຕໍ່ອົງການ, ທຸລະກິດ ແລະ ການຄ້າ ແລະ ສາມາດນຳໃຊ້ເປັນຊ່ອງທາງໃນການຊ່ວຍເຫລືອສັງຄົມ.

ສື່ສັງຄົມອອນລາຍ ເປັນສັງຄົມທີ່ກວ້າງ ຖ້າຜູ້ໃຊ້ຂາດວິຈາລະນາຍານໃນການຊົມໃຊ້ ອາດເຮັດໃຫ້ຖືກບຸກຄົນ ຫລື ກຸ່ມຄົນທີ່ບໍ່ຫວັງດີ ນຳໃຊ້ເປັນເຄື່ອງມື ເພື່ອຫລອກລວງເຮັດໃຫ້ເກີດຄວາມເສຍຫາຍ,  ນອກຈາກນັ້ນຍັງມີບາງກຸ່ມຄົນ ໃຊ້ເພຶ່ອປຸກລະດົມ ຊວນເຊື່ອ, ສ້າງຄວາມຂັດແຍ່ງ ລະຫວ່າງບຸກຄົນ ຫລື ກຸ່ມຄົນ ທີ່ກະທົບເຖິງສິນທຳ, ວັດທະນະທຳ, ແນວທາງການເມືອງ, ເສດຖະກິດ-ສັງຄົມ ແລະ ສິດທິສ່ວນບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການກໍ່ອາຊະຍາກໍາ ໄດ້ຫລາຍຮູບແບບ ແລະ ຍັງສາມາດນຳໄປສູ່ ການເສບຕິດສື່ສັງຄົມອອນລາຍໂດຍ ເຮັດໃຫ້ ເສຍເວລາ, ສຸຂະພາບ, ວຽກງານ, ແລະ ການຮຽນ. ສື່ສັງຄົມອອນລາຍ ໃນປັດຈຸບັນເປັນສິ່ງທີ່ທ້າທາຍ ຕໍ່ກັບການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງ.

ຕໍ່ກັບການກະທຳຜິດຜ່ານສື່ສັງຄົມອອນລາຍ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊາຍະກໍາ ທາງລະບົບຄອມພິວເຕີ ສະບັບເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2016 ທາງຜູ້ຂຽນໄດ້ຍົກບາງມາດຕາ ມາໃຫ້ທ່ານ ຜູ້ ອ່ານໄດ້ຮັບຮູ້ ລວມທັງມາດຕາທີ່ກ່ຽວຂ້ອງ ເພຶ່ອເປັນການປ້ອງກັນ ການກະທຳຜິດ ຫລື ແນວທາງແກ້ໄຂເມຶ່ອເຮົາເປັນຜູ້ເສຍຫາຍ ຊຶ່ງມີບາງມາດຕາດັ່ງລຸ່ມນີ້:

ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດແມ່ນການສ້າງຂຶ້ນໃໝ່, ການເພີ່ມເຕີມ ຫລື ການດັດແປງຈາກຕົ້ນສະບັບ ດ້ວຍວິທີການທາງເອເລັກໂຕຣນິກ ຫລື ວີທີການອື່ນ ເພື່ອເຜີຍແຜ່ ຜ່ານລະບົບ ຄອມພິວເຕີ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ 13 ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍໃນຮູບແບບຕ່າງໆເຊັ່ນ: ການນຳເອົາຂໍ້ມູນທີ່ມີລັກສະນະໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ໃຊ້ຄຳສັບບໍ່ສຸພາບເຂົ້າສູ່ລະບົບຄອມພິວເຕິ; ການນຳເອົາຂໍ້ມູນທີ່ມີລັກສະນະ ໃຊ້ຄວາມຮຸນແຮງ, ຂໍ້ມູນ  ເທັດ, ຂໍ້ມູນຫລອກລວງ, ຂໍ້ມູນທີ່ບໍ່ເປັນຄວາມຈິງ ເຂົ້າສູ່ລະບົບຄອມພິວເຕີ; ການນຳເອົາຂໍ້ມູນຄອມພິວເຕີ ທີ່ເປັນການທຳລາຍຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທຳ ແລະ ຮິດຄອງປະເພນີອັນດີງາມ ຂອງ ຊາດ; ການນຳເອົາຂໍ້ມູນຄອມພິວເຕີ ທີ່ມີລັກສະນະຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມ ປະຊາຊົນຕໍ່ຕ້ານ ລັດຖະບານ ຫລື ແບ່ງແຍກຄວາມສາມັກຄີ; ການໂຄສະນາຄ້າຂາຍຢາເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດໝາຍ; ການເຜີຍແຜ່ ຫລື ສົ່ງຕໍ່ຂໍ້ມູນຄອມພິວເຕີ ຕາມທີ່ໄດ້ກຳນົດໄວ້ໃນ

ມາດຕາ 11 ແລະ 14 ຂອງກົດໝາຍສະບັບນີ້ ລວມທັງ ຂໍ້ 1, 2, 3, 4 ແລະ ຂໍ້ 5 ຂອງມາດຕານີ້. ມາດຕາ 14 ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ສິ່ງລາມົກ ແມ່ນ ຂໍ້ມູນທີ່ມີເນື້ອໃນ ສະແດງອອກຢ່າງຈະແຈ້ງ ເປັນຕົ້ນ ຮູບ, ພາບເຄື່ອນ ໄຫວ, ສຽງ ແລະ ວີທີໂອ ກ່ຽວກັບອະໄວຍະວະເພດ ແລະ ພຶດຕິກຳທາງເພດຂອງຄົນ. ການເຜີຍແຜ່ສິ່ງລາມົກ ຜ່ານລະບົບຄອມພິວເຕີ ແມ່ນ ການຊື້ຂາຍ, ການແຈກຢາຍ, ການສົ່ງຕໍ່, ການແນະນຳ ແລະ ການເຜີຍແຜ່ຂໍ້ມູນຕາມທີ່ໄດ້ກຳນົດໄວ້ ໃນວັກທີ່ 1 ເທິງນີ້.

ມາດຕະການທາງອາຍາ ຕໍ່ຜູ້ກະທຳຜິດ ແມ່ນໄດ້ລະບຸຢ່າງຊັດເຈນເຊັ່ນ: ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3.000.000 ກີບ ຫາ 10.000.000 ກີບ; ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສາມປີ ແລະ ປັບໃໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ; ການເຜີຍແຜ່ສິງລາມົກຜ່ານ ລະບົບຄອມ ພິວເຕີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ; ການກະທຳຜິດອາດສາມາດເກີດຂຶ້ນໄດ້ ຕະຫລອດເວລາ ເພື່ອຫລີກລ່ຽງການກະທຳຜິດ ໃນການນຳໃຊ້ອິນເຕີເນັດ ຫລື ສື່ສັງຄົມອອນ ລາຍໄປໃນທາງທີ່ຜິດ ເຊັ່ນວ່າ: ການນຳໃຊ້ຄຳສັບທີ່ບໍ່ສຸພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີ ໃນທາງເຊື່ອມເສຍ ຈົນເກີດຄວາມເສຍຫາຍ, ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ຫລື ການໂຄສະນາຄ້າຂາຍ ສິ່ງທີ່ຜິດກົດໝາຍ ຜ່ານສື່ສັງຄົມອອນລາຍ.

ດັ່ງນັ້ນເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງຖືກຕ້ອງ ແລະ ສ້າງສັນ ເພື່ອບໍ່ໃຫ້ເປັນໂທດແກ່ຕົນເອງ ເພາະຖ້າມີການກະທຳຜິດ ແລະ ເກີດເປັນຄະດີ ອາດສ້າງຄວາມເສຍຫາຍທາງດ້ານຊັບສິນ ຫລື ເຖິງຂັ້ນເສຍອິດສະລະພາບໄດ້ ແລະ ເຮົາທຸກຄົນຕ້ອງເປັນເຈົ້າການຊ່ວຍ ສຶກສາອົບຮົມ, ແນະນໍາ ຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິຈາລະນາ ການນໍາໃຊ້ສື່ສັງຄົມອອນລາຍ ຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນລາຍ. ສືສັງຄົມອອນລາຍ ແມ່ນເປັນສິ່ງທີ່ໃກ້ຕົວ ສະນັ້ນ ທ່ານຄວນ ສຶກສາເພີ່ມເຕີມກ່ຽວກັບກົດໝາຍດັ່ງກ່າວ ເພື່ອປ້ອງກັນຕົນເອງ ແລະ ຫລີກລ່ຽງບໍ່ໃຫ້ກະທຳຜິດ.

ໂດຍ: ໄໝຄຳຍ້ອມສິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version